6 ເດືອນ ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈໍາປາສັກ ທັງໝົດ 132.505 ຄົນ

31
ໃນໄລຍະ 6 ເດືອນ ຕົ້ນປິີ 2024 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈໍາປາສັກ ທັງໝົດ 132.505 ຄົນ, ໃນນັ້ນ ນັກທ່ອງທ່ຽວສາກົນ 97.035 ຄົນ ສາມາດສ້າງລາຍຮັບໄດ້ຫຼາຍກວ່າ 26 ໂດລາສະຫະລັດ, ທຽບໃສ່ແຜນການປະຕິບັດໄດ້ 40%.
อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ
ວັນທີ 4 ກໍລະກົດ​ 2024,​ ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມປີທ່ອງທ່ຽວລາວ 2024​ ໃນ​ 6 ເດືອນ​ຕົ້ນປີ​ ຕິດພັນກັບບັນຫາຫຍຸ້ງຍາກໃນຂະແໜງການທ່ອງທ່ຽວ. ຂຶ້ນຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ​ ແລະ​ ທ່ອງທ່ຽວ​ແຂວງ​ ໂດຍການເປັນປະທານຂອງ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ.​
อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ
ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ​ ຖວທ​ ແຂວງ​ ຜູ້ຊີ້ນໍາວຽກງານທ່ອງທ່ຽວ ໄດ້ລາຍງານການຕັ້ງປະຕິບັດກິດຈະກຳສົ່ງເສີມປີທ່ອງທ່ຽວ ປີ 2024 ໃນ​ 6 ເດືອນ​ຕົ້ນປີ​ ໂດຍຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024​ ວ່າ: ໃນໄລຍະ 6 ເດືອນຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈໍາປາສັກ ທັງໝົດ 132.505 ຄົນ, ໃນນັ້ນ,​ ນັກທ່ອງທ່ຽວ​ພາຍໃນ 19.553 ຄົນ,​ ນັກທ່ອງທ່ຽວຊາຍແດນ 15.917 ຄົນ, ນັກທ່ອງທ່ຽວສາກົນ 97.035 ຄົນ, ສາມາດສ້າງລາຍຮັບໄດ້ 26,2ລ້ານ ໂດລາສະຫະລັດ,​ທຽບໃສ່ແຜນການປະຕິບັດໄດ້ 40%.
อาจเป็นรูปภาพของ 2 คน
ນອກນີ້​ ຍັງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວໃນໄລຍະຜ່ານມາ​ ຕົ້ນຕໍແມ່ນ​ ວຽກງານການພັດທະນາ,​ ວຽກງານຄຸ້ມຄອງການທ່ອງທ່ຽວ,​ ສະພາບບັນຫາ ແລະ ຂໍ້ຫຍຸ້ງຍາກ ຕິດພັນກັບວຽກງານທ່ອງທ່ຽວໄລຍະຜ່ານມາ. ພ້ອມນີ້,​ ຍັງໄດ້ຜ່ານທິດທາງແຜນການ 6 ເດືອນ​ທ້າຍປີ​ ຕື່ມອີກ.
อาจเป็นรูปภาพของ 1 คน และ น้ำตกทาความีนอน
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການລາຍງານການຕອບສະໜອງດ້ານງົບປະມານຂອງແຂວງ​ ແກ່ ວຽກງານການສົ່ງເສີມປີທ່ອງທ່ຽວ​ 2024; ລາຍງານການພັດທະນາ, ປັບປຸງ 2 ແຫຼ່ງທ່ອງທ່ຽວ ຄື: ນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ ເພື່ອດຶງດູດນັກທ່ອງທ່ຽວ; ລາຍງານການປັບປຸງການຂົນສົ່ງໂດຍສານ ແລະ ລົດບໍລິການ ທ່ອງທ່ຽວ, ການຈັດສັນຄິວລົດ ແລະ ການປັບປຸງເສັ້ນທາງ ເຂົ້າສູ່ແຫຼ່ງທ່ອງທ່ຽວ; ລາຍງານການຄຸ້ມຄອງລາຄາສີນຄ້າ ແລະ ການສົ່ງເສີມເຄື່ອງ ທີ່ລະນຶກ ເພື່ອການທ່ອງທ່ຽວ; ລາຍງານການຈັດກິດຈະກຳສົ່ງເສີມການທ່ອງທ່ຽວ​ຕິດພັນກັບການເປີດປີທ່ອງທ່ຽວລາວ​ 2024​ ຢູ່ບັນດາເມືອງ​ -​ ນະຄອນ; ລາຍງານການອໍານວນຄວາມສະດວກໃນການເຂົ້າ – ອອກຂອງນັກທ່ອງທ່ຽວ; ລາຍງານການປັບປຸງສາມາຄົມ, ການຮ່ວມມືຂອງຜູ້ປະກອບການທຸລະກິດພາຍໃນ ເພື່ອຕໍ່ລອງກັບທຸລະກິດໃນພາກພື້ນ ແລະ ສາກົນ.
อาจเป็นรูปภาพของ 10 คน
ຈາກນັ້ນ,​ ຜູ້ເຂົ້າຮ່ວມ​ກອງປະຊຸມ​ ກໍໄດ້ມີຄໍາເຫັນ​ ຕໍ່ບົດສະຫຼຸບ ແລະ​ ທິດທາງແຜນການໃນການປະຕິບັດກິດຈະກໍາສົ່ງເສີມປີທ່ອງທ່ຽວລາວ 2024​ ໃນ​ 6 ເດືອນ​ທ້າຍປີ.​