ສພອ ຈັບມື ສຄອຊ ຮ່ວມກັນສ້າງມາດຕະຖານຄູຝຶກ ສະຖານປະກອບການແຫ່ງຊາດ

34
ສະຖາບັນພັດທະນາອາຊີວະສຶກສາ (ສພອ) ລົງນາມຮ່ວມມື ກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ ) ເພື່ອກຳນົດຂອບເຂດການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມກັນ ສ້າງມາດຕະຖານຄູຝຶກແຫ່ງຊາດ, ສ້າງຫຼັກສູດ ແລະ ຝຶກ ຄູຝຶກສະຖານ ປະກອບການ ໂດຍອີງໃສ່ມາດຕະຖານອາຊຽນ ແລະ ສາກົນ ເພື່ອສົ່ງເສີມວຽກງານອາຊີວະສຶກສາໃນ ສປປ ລາວ.
อาจเป็นรูปภาพของ 2 คน, แท่นบรรยาย และ ข้อความ
ຂອບເຂດ ການຮ່ວມມືປະກອບມີບັນດາກິດຈະກຳຕ່າງໆດັ່ງນີ້:
1. ສ້າງມາດຕະຖານຄູຝຶກສະຖານປະກອບການແຫ່ງຊາດ
2. ພັດທະນາຫຼັກສູດ, ຊຸດຝຶກອົບຮົມ ແລະ ຝຶກ ຄູຝຶກຕົ້ນແບບ.
3. ຝຶກ ຄູຝຶກສະຖານປະກອບການ
4. ສົ່ງເສີມ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການຝຶກອົບຮົມ ຄູຝຶກສະຖານປະກອບການ ຢ່າງເປັນປົກກະຕິ.
5. ສົ່ງເສີມການຮ່ວມມືລະຫວ່າງ ສະຖານປະກອບການ ແລະ ສະຖານອາຊີວະສຶກສາ ໃນການຈັດຕັ້ງການຮຽນ-ການສອນແບບຄວບຄູ່.
6. ຮ່ວມກັນ ອອກໃບຢັ້ງຢືນການຝຶກອົບຮົມ ຄູຝຶກສະຖານປະກອບການ ທີ່ສໍາເລັດການຝຶກອົບຮົມ.
อาจเป็นรูปภาพของ 1 คน และ แท่นบรรยาย
ຈຸດປະສົງຂອງການຮ່ວມມື ເພື່ອສ້າງຂີດຄວາມສາມາດ ໃນດ້ານບົດບາດ ແລະ ໜ້າທີ່ການເປັນຄູຝຶກໃນສະຖານປະກອບການ, ການບໍລິຫານຈັດການ ການຮຽນ-ການສອນຜູ້ໃຫ່ຍ, ການວິເຄາະໜ້າວຽກ ແລະ ຄວາມຕ້ອງການ ການຮຽນຮູ້, ການວາງແຜນ ແລະ ກະກຽມການຝຶກອົບຮົມ, ທັກສະໃນການດໍາເນີນການຝຶກອົບຮົມ, ການປະເມີນຜົນ ແລະ ພັດທະນາການຝຶກອົບຮົມ ຢ່າງມີປະສິດທິຜົນ. ລວມທັງບົດບາດກ່ຽວຂ້ອງກັບການຈັດການຮຽນ-ການສອນ ແລະ ຝຶກອາຊີບ ເພື່ອໃຫ້ບັນລຸຈຸດປະສົງເປົ້າໝາຍຂອງຫລັກສູດຮູບແບບ ອາຊີວະສຶກສາແບບຄວບຄູ່.
อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ
ຫລັກສູດຝຶກອົບຮົມນີ້ ແມ່ນດັດປັບຈາກມາດຕະຖານອາຊຽນສໍາລັບຄູຝຶກໃນສະຖານປະກອບການ ເຊິ່ງອອກແບບສະເພາະ ເພື່ອເສີມສ້າງຄວາມຮູ້ ຄວາມສາມາດ ກ່ຽວກັບບົດບາດ ແລະ ໜ້າທີ່ ໃນການເປັນຜູ້ຝຶກສອນໃນສະຖານປະກອບການ ຢ່າງມີປະສິດທິຜົນ.
อาจเป็นรูปภาพของ 13 คน, แท่นบรรยาย และ ข้อความ
ພິທີດັ່ງກ່າວ ຈັດຂຶ້ນໃນວັນທີ 3 ກໍລະກົດ 2024 ທີ່ ສຄອຊ ລົງນາມໂດຍ ທ່ານ ບຸນເສັງ ຄຳມຸນຕີຜູ້ອຳນວຍການສະຖາບັນພັດທະນາອາຊີວະສຶກສາ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ຜູ້ຊີ້ນຳ ສູນບໍລິການອາຊີວະສຶກສາແບບຄວບຄູ່