ກະຊວງ ອຄ ປະກາດພະນັກງານອອກພັກການຮັບອຸດໜູນບໍານານ 2 ທ່ານ

36
ໃນວັນທີ 4 ກໍລະກົດ 2024 ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ)ໄດ້ ຈັດພິທີປະກາດພະນັກງານອອກພັກການຮັບອຸດໜູນບໍານານ 2 ທ່ານ.
ໃນພິທີ ທ່ານ ດາວເພັດ ເມືອງໂພນທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ອຄ ໄດ້ຜ່ານດຳລັດ ແລະ ຂໍ້ຕົກ ວ່າດ້ວຍການອະນຸມັດ ໃຫ້ທ່ານ ແກ້ວມໍລະກົດ ສິດລາກອນ ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ, ທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ ອອກພັກການ-ຮັບອຸດໜູນບໍານານ ນັບແຕ່ວັນທີ 1 ກໍລະກົດ 2024 ເປັນຕົ້ນໄປ.
อาจเป็นรูปภาพของ 5 คน และ ข้อความ
ໃນພິທີ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານທີ່ໄດ້ອອກພັກຜ່ອນ ຮັບອຸດໜູນບໍານານ  ທີ່ໄດ້ເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ຢ່າງສໍາເລັດຜົນ, ບັນດາທ່ານເປັນຜູ້ທີ່ມີບົດບາດສໍາຄັນ ແລະ ເປັນຜູ້ທີ່ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກການຈັດຕັ້ງພັກ ແລະ ລັດ ເຊິ່ງໃນໄລຍະຜ່ານມາທັງສອງທ່ານ ໄດ້ຮັບຕຳແໜ່ງສຳຄັນເບື້ອງພັກ-ເບື້ອງລັດ ໃນຫຼາຍຂົງເຂດວຽກງານ. ບັນດາທ່ານ ໄດ້ສຸມສະຕິປັນຍາ, ​ເຫື່ອແຮງ ໃນການປະຕິບັດໜ້າທີ່ການເມືອງ ທີ່ພັກ ແລະ ລັດ ມອບໃຫ້, ບັນດາທ່ານເປັນຜູ້ທີ່ມີນ້ຳໃຈປະຕິວັດ, ມີຄຸນທາດການເມືອງຢ່າງໜັກແໜ້ນຕໍ່ການນໍາພາຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ເປັນຜູ້ທີ່ມີແບບແຜນການນຳພາ, ແບບວິທີເຮັດການວຽກ ແລະ ມີແບບແຜນການດຳລົງຊີວິດ ປອດໃສຂາວສະອາດ, ບໍ່ມີແນວຄິດສໍ້ລາດບັງຫຼວງ, ບໍ່ເອົາໜ້າທີ່ຕໍາແໜ່ງຫາຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ຄອບຄົວ ເປັນຜູ້ມີຄວາມຮູ້ຄວາມສາມາດ, ເປັນຜູ້ທີ່ມີຄວາມເສຍສະຫຼະ, ມີມະນຸດສໍາພັນ, ມີທັດສະນະມະຫາຊົນທີ່ດີ ເປັນຜູ້ທີ່ເປັນແບບຢ່າງ ໃນການຄົ້ນຄວ້າຊີ້ນໍາວຽກງານ, ເປັນການນໍາມີທັດສະນະເບິ່ງກວ້າງມອງໄກ.
อาจเป็นรูปภาพของ 3 คน และ ข้อความ
ຕະຫລອດໄລຍະຫຼາຍປີທີ່ຜ່ານມາ ແລະ ຈາກການປະກອບສ່ວນ ຂອງທັງສອງທ່ານ ໄດ້ເຮັດໃຫ້ບົດບາດການນຳພາຂອງພັກ ແລະ ວຽກງານຂອງຂະແໜງການ ອຄ ໄດ້ຮັບການພັດທະນາ ແລະ ມີການປັບປຸງດີຂຶ້ນເປັນກ້າວໆ ໂດຍສະເພາະ ແມ່ນຂົງເຂດວຽກງານ ທີ່ສອງທ່ານໄດ້ຮັບຜິດຊອບ ເຊັ່ນ: ວຽກງານການສ້າງຮ່າງກົດໝາຍຂົງເຂດການຄ້າພາຍໃນ – ການຄຸ້ມຄອງສິນຄ້າ – ລາຄາ, ວຽກງານສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ວຽກງານການນໍາເຂົ້າ-ສົ່ງອອກ, ວຽກງານຄົ້ນຄວ້າ, ວຽກຊັບສິນທາງປັນຍາ, ວຽກງານກອບການຮ່ວມມືສາກົນ ແລະ ການເຈລະຈາໃນລະດັບຊາດ ແລະ ສາກົນຕ່າງໆ ແລະ ບັນດາວຽກງານອື່ນໆ ທີ່ປີ່ນອ້ອມວຽກງານຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຢ່າງມີອັນຕັ້ງໜ້າ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງ.
อาจเป็นรูปภาพของ 6 คน และ ข้อความ
ໃນໂອກາດນີ້ ຕາງໜ້າຄະນະພັກ-ຄະນະນໍາ ກໍຄືຕາງໜ້າ ພະນັກງານຫຼັກແຫຼ່ງຮຸ່ນສືບທອດ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຈົດຈໍາຜົນງານ ແລະ ຄຸນງາມຄວາມດີຂອງບັນດາທ່ານ ທີ່ໄດ້ອຸທິດເຫື່ອແຮງໃນພາລະກິດປະກອບສ່ວນເຂົ້າໃນວຽກງານຂອງພັກ ແລະ ລັດ ໃນໄລຍະທີ່ຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນການປະກອບສ່ວນ ໃນວຽກງານຂອງຂະແໜງອຸດສາຫະກໍາ ແລະ ການຄ້າ, ພວກເຮົາຈະຮໍ່າຮຽນເອົາແບບຢ່າງອັນທີ່ດີຂອງສະຫາຍເຂົ້າໃນການພັດທະນາວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ກ້າວຂຶ້ນຕາມຈຸດໝາຍ ທີ່ໄດ້ກຳນົດໄວ້.