ນຸ້ຍ ສຸພາພອນ ກັບຜົນງານນາງເອກຮູບເງົາ “ຜາດໍາຄໍາໄອ່” ກໍາກັບໂດ ໝໍ່າ ຈົກມົກ ຕະຫຼົກຊື່ດັງຂອງໄທ

32

ເປັນຂ່າວຮືຮາໄປເລີຍສໍາລັບ ສາວ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວີສຄົນທໍາອິດຂອງປະເທດລາວ ກຽມປະກົດຕົວສູ່ທຸກສາຍຕາໃນບົດບາດເປັນນາງເອກຂອງຮູບເງົາເລື່ອງ “ ຜາດໍາຄໍາໄອ່ ” ມາພ້ອມກັບຄົບທຸກລົດຊາດ, ແອັກຊັນ, ສຽງຫົວ, ນ້ຳຕາ ແລະ ອື່ນໆ ເລີ່ມອອກອາກາດໃນໂຮງຮູບເງົາລາວ-ໄທ ວັນທີ 25 ກໍລະກົດ 2024.

ເມື່ອວັນທີ 26 ມິຖຸນາ 2024 ສາວ ນຸ້ຍ ສຸພາພອນ ສົມວິຈິດ ໄດ້ໂພສຜ່ານເພຈ໌ບຸກສ່ວນຕົວວ່າ: ສິ້ນສຸດການລໍຄອຍ ກັບອີກໜຶ່ງຜົນງານແຫ່ງຄວາມພູມໃຈ ເປັນໜັງທີ່ນຸ້ຍຕັ້ງໃຈແລະທຸ້ມເທທີ່ສຸດອີກເລື່ອງໜຶ່ງໃນຊີວິດ ກ່ອນອື່ນຕ້ອງຂໍຂອບໃຈທາງຜູ້ໃຫຍ່ໃຈດີຂອງລູກ ພໍ່ມ່ຳ ຈົກມົກ ( เอ็นดู วงษคำเหลา ) ທັງທີມງານ M pictures ທີ່ໃຫ້ໂອກາດ ແລະ ເຫັນເຖິງຄວາມສາມາດນຸ້ຍ ກັບການເປັນນາງເອກໜັງເລື່ອງນີ້ ໄດ້ປະສົບການຫຼາກຫລາຍຢ່າງຈາກໜັງເລື່ອງນີ້ ຂອບໃຈຄົນທີ່ຄອຍຊັບພອດຕະຫລອດມາ ແລະ ແຟນໆທີ່ຖາມຫາຜົນງານການສະແດງນຸ້ຍເລື້ອຍໆ ຈາກອີ່ແມວ ກ້າວສູ່ ນາງຄຳໄອ່ ວ່າຈະເປັນແບບໃດມີຄົບທຸກລົດຊາດ ແອັກຊັນ ສຽງຫົວ ນ້ຳຕາ ຂໍໃຫ້ໜັງນີ້ໄດ້ມອບຄວາມສຸກບັນເທີງໃຫ້ກັບທຸກໆຄົນເດີ້ ພົບກັນ ທຸກໂຮງຮູບເງົາທົ່ວປະເທດໄທ ແລະ ປະເທດລາວ 25.7.2024.

ສໍາລັບ ສຸພາພອນ ສົມວິຈິດ ມີຊື່ຫຼິ້ນວ່າ ນຸ້ຍ ລວງສູງ 1,78 ຊັງຕີແມັດ ຜົນງານໃນໄລຍະທີ່ຜ່ານມາແມ່ນເຄີຍເຂົ້າປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງຮອງນາງສາວນະຄອນຫຼວງ “ ຮອງອັນດັບໜຶ່ງ” ພ້ອມກັບມີຜົນງານການຖ່າຍແບບ, ຂື້ນປົກວາລະສານຕ່າງໆ ແລະ ງານເດີນແບບຕ່າງໆ ຈົນມາເຖິງປີ 2017 ກາຍເປັນມິສຢູນິເວີດສລາວ 2017 ຄົນທໍາອິດ ແລະ ເປັນຕົວແທນນາງງາມລາວໄປປະກວດນາງງາມໂລກ (Miss Universe) ລວມທັງຍັງເຄີຍສະແດງເປັນນາງເອກຮູບເງົາ ທີ່ມິນັກສະແດງລາວ-ໄທ ຮ່ວມສະແດງ ແອັດກະບໍ່ຈື່ຊື່ ຮູບເງົາທີ່ມີ ເຈ້ຍ ປາຊີຟິກ, ຕ່າຍ ອາທິດ ແລະ ພະເອກຈາກປະເທດໄທ ຮ່ວມສະແດງໃນຫຼາຍປີທີ່ຜ່ານມາ.
ຂ່າວ: Larh Creators; ຮູບຈາກ: Nui Souphaphone