ຊານົນ ໜຸ່ມຫຼໍ່ຈາກແຂວງຫຼວງພະບາງ ລຸຍເວທີປະກວດລະດັບໂລກ Mister Supranational 2024

42

ຂໍເຊີນທຸກຄົນມາຮ່ວມສົ່ງ ຊານົນ ມະນີຜົນ ໃນນາມໂຕແທນປະເທດລາວ ໃນການປະກວດ Mister Supranational 2024 ທີ່ປະເທດໂປໂລຍ ໂດຍຮອບຕັດສິນຈະຈັດຂຶ້ນໃນວັນທີ 4 ກໍລະກົດ 2024 ເຊິ່ງມີຜູ້ປະກວດທົ່ວໂລກເຂົ້າຮ່ວມງານຄັ້ງນີ້.

ຊານົນ ກໍານົດອອກເດີນທາງໃນວັນທີ 21 ມິຖຸນາ 2024 ທີ່ສະໜາມບັນສາກົນ ວັດໄຕ ເພື່ອໄປທີ່ປະເທດໂປໂລຍ ເພື່ອເຂົ້າຮ່ວມປະກວດໃນເວທີລະດັບໂລກ Mister Supranational 2024.

ສໍາລັບ ຊານົນ ເປັນໜຸ່ມຫຼໍ່ຫຼາກຫຼາຍຄວາມສາມາດເປັນທັງນັກຮ້ອງ, ນັກສະແດງ ແລະ ຫຼ້າສຸດກ້າວມາເປັນຜູ້ກັບກໍາຮູບເງົາ ລວມເຖິງໄດ້ຮັບເລືອກເປັນ Mister Supranational ເຂົ້າຮ່ວມປະກວດງານດັ່ງກ່າວ.

ຊານະ ມະນີຜົນ ນ້ອງຊາຍຂອງ ຊານົນ ເລົ່າວ່າ: ໃນຄອບຄົວໜຶ່ງຈະມີຄົນໜຶ່ງທີ່ແຕກຕ່າງຈາກຄົນໃນຄອບຄົວຫຼາຍທີ່ສຸດເຊັ່ນຄອບຄົວຂອງຂ້ອຍຄື ຊານົນ ຜູ້ເປັນອ້າຍທີ່ມັກການຮ້ອງເພງແຕ່ນ້ອຍ ແລະ ຍອມຖີ້ິ້ມເສັ້ນທາງສາຍອາຊີບທີ່ຕົວເອງໄດ້ຮຽນມາ ເພື່ອຕາມຫາຄວາມຝັນນັ້ນກໍຄືການເປັນນັກຮ້ອງໃນທີ່ສຸດກໍສົມຫວັງໄດ້ຮ້ອງເພງທໍາອິດຂອງຕົວເອງໃນຕອນອາຍຸ 18 ປີ, ກ້າວມາເປັນນັກສະແດງ ( ຮັບບົດເປັນພະເອກ ) ແລະ ເປັນຜູ້ກໍາກັບ ລວມເຖິງການກ້າວມາເປັນຄູຝຶກນັກສະແດງ ແລະ ອື່ນໆ.
ຂ່າວ: Larh Creators; ຮູບຈາກ: Nonh Sanonh Maniphonh