ຮູບເງົາລາວ “ ບໍ່ເຄີຍລືມ – Never Forget ” ກໍານົດເຂົ້າສາຍໃນໂຮງຮູບເງົາແຕ່ມື້ນີ້

27

ພິທີເປີດໂຕຮູບເງົາ “ ບໍ່ເຄີຍລືມ – Never Forget ” ເປັນຮູບເງົາລາວເລື່ອງທໍາອິດໃນປີ 2024 ຈັດຂຶ້ນເມື່ອວັນທີ 19 ມິຖຸນາ 2024 ທີ່ສູນການຄ້າວຽງຈັນ ເຊັນເຕີ ແລະ ກໍານົດເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 20 ມິຖຸນາ 2024

ກ່ອນໜ້ານີ້ ຮູບເງົາ ບໍ່ເຄີຍລືມ ໄດ້ມີພິທີບວງສວງໃນວັນທີ 21 ທັນວາ 2023 ເຊິ່ງຮູບເງົາດັ່ງກ່າວ ຂຽນບົດ ແລະ ກຳກັບໂດຍ ຄອນໄຊ ຈັນທະວອນ, ນໍາສະແດງໂດຍ Alavanh Siriphath (TOM) ຈາກເວທີ Mister Universe 2022 ຮັບບົດເປັນ ສົມພອນ ພະເອກ ແລະ Vaniphone Phoumixay (YOYO) ຈາກເວທີ Miss Universe 2023 ຮັບບົດເປັນ ແສງຈັນ ນາງ ເອກ, Tina phorjai ຮັບບົດ ລີນາ, Phouthasinh (Tou Hero) ຮັບບົດເປັນ ເຮ່ຍໂກ້ ແລະ ອາຈານ ຜິວພອນ ພົມມີໄຊ (ອາຈານ ແຕ່ນ) ຮັບບົດ ເປັນ ພໍ່ພະເອກ.

ສໍາລັບ ບົດຮູບເງົາໂດຍຫຍໍ້ຂອງເລື່ອງ ບໍ່ເຄີຍລົມ” Never forget ແມ່ນ: ເປັນຮູບເງົາໃນເຊິ່ງການທ່ອງທ່ຽວ, ວັດທະນະທຳ ແລະ ຮີດຄອງປະເພນີ ຂອງລາວເຮົາ ໂດຍ ສະເພາະ ແມ່ນສະເຫນີແຫລ່ງທ່ອງທ່ຽວຕ່າງໆຢູ່ທີ່ ເມືອງ ວັງວຽງ ແລະ ຢູ່ໃນນະຄອນຫລວງວຽງຈັນ, ການດຳລົງຊີວິດຂອງຄົນໃນ ທ່ອງຖິ່ນ ແລະ ໃນເມືອງ ເຊິ່ງມັນແຕກຕ່າງກັນຢ່າງສິ້ນເຊີ.

ນອກຈາກນີ້ ຮູບເງົາ ເລື່ອງນີ້ກໍຍັງໄດ້ເວົ້າເຖິງຄວາມຮັກລະຫວ່າງ ຫນຸ່ມນັກຂຽນອິດສະຫລະ ສົມພອນ ທີ່ບໍ່ເຄີຍມີຄວາມຮັກມາກ່ອນ ຈົນກະທັ້ງໄດ້ມາພົບກັບ ແສງຈັນ ລູກສາວເຈົ້າຂອງໂຮງແຮມ ທີ່ເປັນຄົນຍິ້ມແຍ້ມແຈ່ມໄສ ເບີກບານມ່ວນຊື່ນລ້າເລີງ, ມັກການທ່ອງທ່ຽວເປັນຊີວິດຈິດໃຈ ເຊິ່ງທັງສອງໄດ້ມາພົບ ແລະ ຮູ້ຈັກກັນ ຢູ່ທີ່ເມືອງ ວັງວຽງ, ຍິງທີ່ຊື່ ແສງຈັນ ໄດ້ຜ່ານເຂົ້າມາໃນຊີວິດຂອງ ສົມພອນ ແລະ ໄດ້ເຮັດໃຫ້ສົມພອນໄດ້ຮູ້ຈັກກັບຄວາມຮັກ ແລະ ແສງຈັນ ດີຮັກຄັ້ງທຳອິດຂອງເຂົາແຕ່ຄວາມຮັກຄັ້ງນີ້ ມັນກໍບໍ່ໄດ້ ຫອມຫວານເຫມືອນກີບດອກໄມ້ ທັງສອງຮັກກັນມາໄດ້ ໄລຍະຫນຶ່ງກໍຕ້ອງແຍກທາງກັນ ຂາດການຕິດຕໍ່ກັນ ໂດຍເຫດຜົນບາງຢ່າງ ເຊິ່ງມັນໄດ້ເຮັດໃຫ້ທັງສອງຕ່າງຝ່າຍຕ່າງເຈັບປວດທໍ່ລະ ມາທີ່ສຸດ ເຖິງແມ່ນວ່າ ເວລາຈະຜ່ານນານເທົ່າໃດ ສົມພອນ ບໍ່ສາມາດລືມຍິງທີ່ຊື່ ແສງຈັນໄດ້ ແລະ ແສງຈັນ ຈະຢູ່ຄວາມຊົງຈຳ ສົມພອນຕະຫລອດໄປ.