ໜຸ່ມຫຼໍ່ ພັດທະນາ ໄຊຍະກຸມມານ ໂດດເດັ່ນທັງການເປັນນັກກີລາ ແລະ ຊາຍໜຸ່ມລາວໃນເວລາ Mister

19

ໜຸ່ມຫຼໍ່ ພັດທະນາ ໄຊຍະກຸມມານ ( Phatthana Xayyakoumman ) ໂດດເດັ່ນທັງການເປັນນັກກີລາ ແລະ ຊາຍໜຸ່ມລາວ ໃນເວທີປະກວດຕ່າງໆ ເລີ່ມກາຍເປັນທີ່ສົນທີ່ສຸດໃນປີ 2024 ກ່ອນໜ້ານີ້ ຄວ້າຫຼຽນຄໍາກີລາເທຄວັນໂດ ໃນງານມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ຫາກໍຈົບໄປເມື່ອບໍ່ດົນ ຫຼ້າສຸດຖືກແຕ່ງຕັ້ງຢ່າງເປັນທາງການ ໃຫ້ເຂົ້າຮ່ວມເປັນໂຕແທນຊາຍຫນຸ່ມລາວ ໃນເວທີ Mister National Universe 2024 ທີ່ ບາງກອກ ປະເທດໄທ ອອກເດີນທາງ ວັນທີ 17/06/2024 ເພື່ອເຂົ້າເກັບໂຕຮ່ວມກັບຫນຸ່ມໆຈາກທົ່ວໂລກ.

ກ່ອນໜ້ານີ້ ພັດທະນາ TOP6 ຂອງເວທີ Mister Universe Laos 2023 ແລະ ໄດ້ຕຳແຫນ່ງ Mister Rising Star 2023 ຫຼ້າສຸດໄດ້ຖືກແຕ່ງຕັ້ງຢ່າງເປັນທາງການ ໃຫ້ເຂົ້າຮ່ວມເປັນໂຕແທນຊາຍຫນຸ່ມລາວ ໃນເວທີ Mister National Universe 2024 ທີ່ ບາງກອກ ປະເທດໄທ ເຊິ່ງອອກເດີນທາງເມື່ອວັນທີ 17/06/2024 ເພື່ອເຂົ້າເກັບໂຕຮ່ວມກັບຫນຸ່ມໆຈາກທົ່ວໂລກ.

ພັດທະນາ ໃຫ້ສໍາພາດວ່າ: ນ້ອງຮຽນຢູ່ຄະນະສະຖາປັດ ມະຫາວິທະຍາໄລແຫ່ງຊາດ ໂດຍມີເປົ້າໝາຍຢາກເປັນສະຖາປານິກທີ່ເກັ່ງທີ່ສຸດ ເພື່ອພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລ. ນອກນັ້ນ, ກໍຍັງມັນເປັນຄົນທີ່ສະແຫວງຫາສິ່ງໃໝ່ ໂດຍສະເພາະແມ່ນການຫຼິ້ນກີລາເທຄວັນໂດ.

ສໍາລັບ ພັດທະນາ ໄຊຍະກຸມມານ ເປັນນັກກີລາເທຄວັນໂດທີມຊາດລາວ ໂດຍສະເພາະເຂົ້າຮ່ວມແຂ່ງຂັນໃນຊີເກມ ຄັ້ງທີ 31 ທີ່ປະເທດຫວຽດນາມ ໃນປີ 2022 ແລະ ຜົນງານຫຼ້າສຸດຄວ້າຫຼຽນຄໍາໃນງານມະຫາວິທະຍາໄລລາວ ຄັ້ງທີ 2 ໃຫ້ກັບ ເຈົ້າພາບ ມະຫາວິທະຍາໄລແຫ່ງຊາດ, ສ່ວນຜົນງານໃນການເປັນຊາຍໜຸ່ມລາວ ຫຼ້າສຸດຄວ້າ TOP6 ຂອງເວທີ Mister Universe Laos 2023 ແລະ ໄດ້ຕຳແຫນ່ງ Mister Rising Star 2023 ໄດ້ຖືກແຕ່ງຕັ້ງຢ່າງເປັນທາງການ ໃຫ້ເຂົ້າຮ່ວມເປັນໂຕແທນຊາຍຫນຸ່ມລາວ ໃນເວທີ Mister National Universe 2024 ທີ່ ບາງກອກ ປະເທດໄທ ໂດຍເຂົ້າກອງປະກວດລະຫວ່າງວັນທີ 17-24 ມິຖຸນາ 2024.
ຂ່າວ: Larh Creators, ຮອບຈາກ: Mister Universe Laos ແລະ Phatthana Xayyakoumman