ກະຊວງອຄ ເຊື່ອມຊຶມ ມະຕິວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

55

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເຊື່ອມຊຶມ ມະຕິວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຂຶ້ນໃນວັນທີ 17 ມິຖຸນາ 2024 ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ.


ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ກອງປະຊຸມຄົ້ນຄວ້າເຊື່ອມຊຶມຄັ້ງນີ້ ມີ 2 ຈຸດປະສົງຫຼັກຄື:
1. ເຜີຍແຜ່ເຊື່ອມຊຶມເນື້ອໃນຂອງ ມະຕິ ສອຈ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບ ຕໍ່ເຫດຜົນຄວາມຈຳເປັນ, ທິດນຳ ແລະ ແຜນງານຕົ້ນຕໍ ຂອງການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ(ສອຈ) ເພື່ອຍູ້ແຮງການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ;

2. ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະ ແລະ ຮ່າງຕາຕະລາງແຜນວຽກ ແລະ ແບ່ງຄວາມຮັບຜິດຊອບ ທີ່ແຕ່ລະພາກສ່ວນຕ້ອງມີສ່ວນຮ່ວມຢ່າງເປັນເຈົ້າການ.


ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງເອົາໃຈໃສ່ຕິດຕາມ ແລະ ປະກອບຄຳເຫັນຄຳເຫັນກັນຢ່າງກົງໄປກົງມາ ຕິດແທດກັບສະພາບຕົວຈິງ ແລະ ຄວາມອາດສາມາດໃນການຈັດຕັ້ງປະຕິບັດ. ຂະແໜງການ ອຄ ຂອງພວກເຮົາ ຖືວ່າແມ່ນໜຶ່ງໃນຟັນເຟືອງສຳຄັນ ຂັບເຄື່ອນການພັດທະນາເສດຖະກິດ; ສະນັ້ນ ຖ້າພວກເຮົາຄົ້ນຄວ້າ ໄຈ້ແຍກ ແລະ ກຳນົດເປົ້າໝາຍ ແລະ ມາດຕະຖານຈັດຕັ້ງປະຕິບັດໄດ້ດີ, ແນວຄວາມຄິດ ສອຈ ກໍ່ຈະສຳເລັດຜົນໂດຍໄວ ແລະ ຕາມລະດັບຄາດໝາຍ.