ສປປລາວ ຈະເປັນເຈົ້າພາບຈັດກອງປະຊຸມ ແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9 ລະຫວ່າງ ວັນທີ 3-6 ພະຈິກ 2024

13

ໃນວັນທີ 14 ມິຖຸນາ 2024 ທີ່ໂຮງແຮມແລນມາກ ລີເວີໄຊ, ພາຍຫຼັງທີ່ໄດ້ມີການຖະແຫຼງຂ່າວກ່ຽວກັບ ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024 (ທີ່ສູນການຄ້າ ລາວ-ໄອເຕັກ)ນະຄອນຫຼວງວຽງຈັນ ແລ້ວ. ກໍໄດ້ມີການຖະແຫຼງຂ່າວ ກ່ຽວກັບກອງປະຊຸມ ແຜ່ນແພ ພື້ນເມືອງອາຊຽນ ຄັ້ງທີ 9 (The 9th ASEAN Traditional Textiles Symposium ຫຼື ATTS9) ຈະຈັດຂຶ້ນທີ່ໂຮງແຮມ ແລນມາກລີເວີໄຊ ໃນວັນທີ 3-6 ພະຈິກ 2024 ທີ່ຈະມາເຖິງ.

ໂດຍການໃຫ້ຖະແຫຼງໂດຍທ່ານ ນາງ  ລິນດາ ແມັກອິນທອດສ ແລະ ທ່ານ ນາງ ໄພພອນ ໄຊຍະເດດ ກອງເລຂາ ຂອງກອງປະຊຸມ ແຜ່ນແພ ພື້ນເມືອງອາຊຽນ ຄັ້ງທີ 9 (The 9th ASEAN Traditional Textiles Symposium ຫຼື ATTS9) ບາງຕອນວ່າ: ກອງປະຊຸມ ແຜ່ນແພ ພື້ນເມືອງອາຊຽນ ຄັ້ງທີ 9 (The 9th ASEAN Traditional Textiles Symposium ຫຼື ATTS9) ເປັນງານທີ່ສຳຄັນຂອງ ສປປ ລາວ ເພາະເປັນການເປີດໂອກາດໃຫ້ ສປປ ລາວ ໄດ້ສະແດງສັກກະຍະພາບໃນເລື່ອງຂອງແຜ່ນແພ ໄດ້ຢ່າງເຕັມທີ່, ທັງເປັນການສະແດງໃຫ້ເຫັນຕົ້ນກຳເນີດການຕໍ່າແຜ່ນແພລາວ.

ກອງປະຊຸມນີ້ແມ່ນຈະໄດ້ນຳສະເໜີກ່ຽວກັບການສຶກສາ, ຄົ້ນຄວ້າແຜນແພ ພື້ນເມືອງອາຊຽນ ແລະ ເປົ້າໝາຍຂອງ ATTS9 ແມ່ນເພື່ອບັນທຶກຂໍ້ມູນ ແລະ ອານຸລັກຮັກສາຂໍ້ມູນຂອງແຜ່ນແພ ແລະ ງານນີ້ກໍຈະມີຜູ້ເຂົ້າຮ່ວມປະມານ 300-400 ທ່ານ ລວມທັງແຂກຄົນສຳຄັນເຊັ່ນ: ພະລາຊີນີ ຂອງປະເທດມາເລເຊຍ ແລະ ລາຊີນີ ຈັສຄາດັມ ພ້ອມອີກຫຼາຍໆທ່ານທີ່ຈະເດີນທາງມາຮ່ວມງານນີ້.

ATTS9 ແມ່ນໄດ້ສ້າງຕັ້ງຂຶ້ນໂດຍປະຊາຄົມສິລະປະແຜ່ນແພພື້ນເມືອງອາຊຽນ ເຊິ່ງເປັນ 1 ໃນກິດຈະກຳສະມາຄົມດັ່ງກ່າວ. ກອງປະຊຸມ ATTS9 ຄັ້ງທຳອິດແມ່ນຈັດຂຶ້ນ ເມືອງຈາກາຕ້າ ອິນໂດເນເຊຍ ໃນປີ 2005 ແລະ ທຸກໆ 2 ປີ ກໍຈະພັດປ່ຽນໃຫ້ບັນປະເທດສະມາຊິກ ເປັນເຈົ້າພາບຈັດງານ. ດັ່ງນັ້ນ ການເປັນເຈົ້າພາບຈັດງານຄັ້ງນີ້ແມ່ນ 2024 ເປັນປະທານເຈົ້າພາບກອງປະຊຸມອາຊຽນ ແລະ ໃນປີ 2022 ທີ່ຈັດຂຶ້ນທີ່ປະເທດມາເລເຊຍ ທ່ານທູດລາວປະຈຳມາເລເຊຍກໍໄດ້ຂຶ້ນຮັບທຸງໄຊ ເພື່ອຈະຈັດງານໃນຄັ້ງນີ້.

ພາຍໃນງານຈະມີຫຼາຍກິດຈະກຳ ທັງການວາງສະແດງວັດທະນະທຳຕ່າງໆ, ເວທີເສວະນາ, ສາທິດ, ທັດສະນະສຶກສາ ແລະ ອີກຫຼາຍກິດຈະກຳ.