ກະຊວງ ອຸດສາຫະກຳ ແລະ ການຄ້າ ກຳນົດ 6 ທິດທາງ ແລະ ມາດຕະການ ເພື່ອຄຸ້ມຄອງ ການສະໜອງນໍ້າມັນເຊື້ອໃນຕໍ່ໜ້າ

37

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ)ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກກສະພາແຫ່ງຊາດ (ສສຊ) ກ່ຽວກັບການຄຸ້ມຄອງລາຄາສິນຄ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2024 ວ່າ: ທິດທາງ ແລະ ມາດຕະການ ເພື່ອຄຸ້ມຄອງ ການສະໜອງນໍ້າມັນເຊື້ອໃນສະເພາະໜ້າ ມີດັ່ງນີ້:


1) ເພີ່ມຊ່ອງທາງໃນການນໍາເຂົ້ານໍ້າມັນຈາກແຫລ່ງໃໝ່, ແຕ່ຈະນໍາເຂົ້າຈາກແຫລ່ງໃດນັ້ນ, ຂ້າພະເຈົ້າ ຂໍອະນຸຍາດ ແລກປ່ຽນເປັນການພາຍໃນ;

2) ຊຸກຍູ້ການຈັດຕັ້ງປະຕິບັດ ທິດທາງການຊື້-ຂາຍ ນໍ້າມັນເຊື້ອໄຟ ດ້ວຍສະກຸນເງິນທ້ອງຖິ່ນ ເຊິ່ງ ທຫລ ກໍໄດ້ເຊັນເອກະສານຮ່ວມມື ກັບປະເທດເພື່ອນບ້ານແລ້ວ ເພື່ອຫລຸດຄວາມຕ້ອງການນໍາໃຊ້ເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟໃນປະຈຸບັນລົງຕື່ມ;
3) ຕິດຕາມ-ກວດກາ, ອຳນວຍຄວາມສະດວກ ແລະ ຄົ້ນຄວ້າຫລຸດຕົ້ນທຶນ ຂອງການນໍ້າເຂົ້າ, ຂົນສົ່ງ ແລະ ຈຳໜ່າຍນໍ້າມັນເຊື້ອໄຟ ເຊັ່ນ: ຊຸກຍູ້ການຄົ້ນຄວ້ານຳໃຊ້ທ່າແຮງ ການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນໃຫ້ໄວຂຶ້ນ, ຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້ານໍ້າມັນເຊື້ອໄຟ ຈາກແຫລ່ງໃຫມ່, ຄົ້ນຄວ້າຫລຸດຕົ້ນທຶນ ໃນໂຄງສ້າງລາຄານໍ້າມັນລົງຕື່ມ.

4) ຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງ ເລັ່ງດຳເນີນການ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ດຳລັດກອງທຶນນໍ້າມັນ ໃຫ້ໄວຂຶ້ນ ເພື່ອນຳໃຊ້ເຂົ້າໃນການແຊກແຊງ ໃນເວລາຈຳເປັນ (ບັນຫານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ປະຊຸມຮ່ວມ ແລະ ຊີ້ແຈງອະທິບາຍໃຫ້ຂະແໜງການກ່ຽວຂ້ອງເພື່ອພິຈາລະນາແລ້ວ).

5) ຄົ້ນຄວ້າ ແລະ ທົບທວນຄືນ ປະສິດທິຜົນ ຂອງການປະຕິບັດ ຕາມມະຕິ ເລກທີ 168/ສພຊ (06/06/2022) ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາມາດຕະການຮັກສາສະຖຽນລະພາບ ຂອງລາຄານໍ້າມັນເຊື້ອໄຟ ໃນສະພາບລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນສູງ (ບັນຫາດັ່ງກ່າວນີ້ ຈະຕ້ອງໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ເພາະມັນຈະມີຜົນກະທົບ ຕໍ່ລາຍຮັບງົບປະມານ, ຕໍ່ລາຄານໍ້າມັນໃນປະຈຸບັນ, ຕໍ່ການຜະລິດ, ຕໍ່ລາຄາສິນຄ້າ, ຕໍ່ພຶດຕິກຳການຊົມໃຊ້ຂອງຜູ້ຊົມໃຊ້ ໃນສັງຄົມ, ຕໍ່ຫາງສຽງສັງຄົມ ແລະ ອື່ນໆ ).

6) ໂຄສະນາ ແລະ ປຸກລະດົມ ໃຫ້ທົ່ວສັງຄົມ ປະຢັດການນຳໃຊ້ນ້ຳມັນເຊື້ອໄຟ ທີ່ບໍ່ຈຳເປັນລົງຕື່ມ ພ້ອມທັງສົ່ງເສີມການນຳໃຊ້ພະລັງງານທາງເລືອກ, ເຊັ່ນລົດໄຟຟ້າ;