ໂຄງການປູກເຂົ້າ 3 ລະດູ ຂອງ ອາຊີ – ໂປຕາສ ສາກົນ ທີ່ແຂວງຄໍາມ່ວນເພື່ອຊຸກຍູ້ການພັດທະນາກະສິກຳທັນສະໄໝຂອງ ສປປ ລາວ

160

ໃນນາມ “ ຜູ້ໜູນແຮງ ” ຂອງການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ, ອາຊີ – ໂປຕາສ ສາກົນ ໄດ້ສືບຕໍ່ອອກແຮງ. ກໍາລັງການຜະລິດຝຸ່ນໂປຕາສທີ່ເປັນອຸດສາຫະກໍາຫຼັກໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ພາຍຫຼັງໂຄງການໂບຣ ມິນ ທີ່ເປັນໂຄງການທໍາອິດໃນເຂດອະໂປຕາສຂອງນິຄົມອຸດສາຫະກໍາ ໄດ້ສໍາເລັດການເດີນເຄື່ອງຈັກຜະລິດແລ້ວ, ອາຊີ – ໂປຕາສ ສາກົນ ກໍໄດ້ເພີ່ມໂຄງການໃໝ່ໃນຂະບວນການຫັນກະສິກໍາເປັນທັນສະໄໝຂອງລາວ.

ໃນຂະບວນການຊຸກຍູ້ຕົວຈິງໂຄງການແກ້ໄຂຄວາມທຸກຍາກຢູ່ບ້ານຊຽງແຫວນ ແຂວງ ຄໍາມ່ວນ, ອາຊີ – ໂປຕາສ ສາກົນ ໄດ້ລົງເລິກຄົ້ນຫາຈຸດເດັ່ນດ້ານກະສິກຳຂອງລາວ, ຖືເອົາການຊຸກຍູ້ການຫັນຮູບແບບກະສິກຳຂອງລາວເປັນພາລະກິດຂອງຕົນ, ນໍາເຂົ້າເຕັກໂນໂລຊີການປູກເຂົ້າພັນປະສົມທີ່ກ້າວໜ້າສຸດຂອງຈີນ.

ໃນວັນທີ 14/6/2023 ບໍລິສັດ ໄດ້ຮ່ວມກັນລົງນາມລະຫວ່າງ 4 ຝ່າຍ ລວມມີພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ, ບໍລິສັດ ຮ່ວຍຮົວ ອາຫານປະຈໍາວັນ ຈໍາກັດ ແລະ ບໍລິສັດ ຮ່ວຍຮົວ ລົງທຶນກະສິກໍາ ຈໍາກັດ ໃນ “ ບົດບັນທຶກຄວາມເຂົ້າໃຈກອງປະຊຸມສໍາມະນາສຶກສາຄວາມເປັນໄປໄດ້ຂອງໂຄງການນຳໃຊ້ເຕັກໂນໂລຊີໃໝ່ໃນການປູກເຂົ້າ 3 ລະດູ ”.ເປັນສັນຍາລັກວ່າ ໂຄງການປູກເຂົ້າ 3 ລະດູ ໄດ້ມີຄວາມຫວັງ “ ສ້າງຕັ້ງຂຶ້ນ ແລະ ເກີດດອກອອກຜົນ ” ກ່ອນໝູ່ຢູ່ແຂວງຄໍາມ່ວນ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ສຸ້ຍ ຈຸງຈຽນ ( Xu Zhong Jian ) ເລຂາພັກເມືອງຮ່ວຍຮົວ ແຂວງຫູໜານ ຈີນ ແລະ ຄະນະບໍລິຫານຂັ້ນສູງຂອງ ອາຊີ – ໂປຕາສ ສາກົນ ໄດ້ພ້ອມກັນເປັນສັກຂີພິຍານໃນພິທີລົງນາມຢູ່ທີ່ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ – ໂປຕາສ ສາກົນ.

ສປປ ລາວ ມີຊັບພະຍາກອນດ້ານກະສິກຳທີ່ອຸດົມສົມບູນ ເຊິ່ງເປັນທ່າແຮງດີສຸດຂອງການພັດທະນາ, ລັດຖະບານລາວຍັງໄດ້ກຳນົດໃຫ້ແຂວງຄຳມ່ວນເປັນເຂດທໍາການຜະລິດເຂົ້ານາທີ່ສຳຄັນ.

ໃນທີ່ປະຊຸມ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນໄດ້ກ່າວວ່າ: ໂຄງການຮ່ວມມືປູກເຂົ້າ 3 ລະດູນີ້ ມີຄວາມໝາຍສໍາຄັນຫຼາຍຕໍ່ການຍົກລະດັບການຫັນກະສິກຳໄປສູ່ທັນສະໄໝຂອງທ້ອງຖິ່ນນີ້, ເປັນໂຄງການທີ່ມີຜົນປະໂຫຍດຕໍ່ກັບປະເທດຊາດ ແລະ ປະຊາຊົນ. ຂະແໜງການແຕ່ລະຂັ້ນພາຍໃນແຂວງ ພ້ອມທີ່ຈະໃຫ້ການຮ່ວມມືຢ່າງດີທີ່ສຸດ, ໃຫ້ການບໍລິການທີ່ດີ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ດີທີ່ສຸດ ແລະ ຮັບປະກັນໃຫ້ໂຄງການໄດ້ຈັດຕັ້ງປະຕິບັດໄປຢ່າງຄ່ອງແຄ້ວດີ.

ອາຊີ – ໂປຕາສ ສາກົນ ໄດ້ດຶງດູດ ບໍລິສັດ ຮ່ວຍຮົວ ອາຫານປະຈໍາວັນ ຈໍາກັດ ແລະ ບໍລິສັດ ຮ່ວຍຮົວ ລົງທຶນກະສິກໍາ ຈໍາກັດ ສ້າງຕັ້ງທີມງານວິຊາການທີ່ມີຄະນະຄົ້ນຄວ້າວິທະຍາສາດ ຢວນຫຼົງຜິງ ເປັນແກ່ນສານ ເຊິ່ງແມ່ນລ້ວນແຕ່ມາຈາກ “ ພື້ນທີ່ກໍາເນີດພັນເຂົ້າປະສົມລະດັບໂລກ ” ເມືອງຮ່ວຍຮົວ ແຂວງ ຫູໜານ, ແນວພັນເຂົ້າປະສົມສໍາລັບປູກສອງລະດູທີ່ໜ່ວຍງານ ຢວນຫຼົງຜິງ ໄດ້ເພາະພັນຢູ່ທີ່ນີ້ ສາມາດໃຫ້ຜົນຜະລິດເຖິງ 22.500 ກິໂລ/ເຮັກຕາ, ໄດ້ສ້າງສະຖິຕິຜົນຜະລິດເຂົ້າ ຕໍ່ຫົວໜ່ວຍສູງສຸດໃນໂລກ.

ເພື່ອຊຸກຍູ້ການປະຕິບັດໂຄງການປູກເຂົ້າ 3 ລະດູການໃຫ້ໄດ້ດີ, ອາຊີ – ໂປຕາສ ສາກົນ ໄດ້ເຊີນ ທ່ານ ສຸ້ຍ ຈຸງຈຽນ ( Xu Zhong Jian ) ເລຂາພັກເມືອງຮ່ວຍຮົວ ເດີນທາງມາຢ້ຽມຢາມເຂດນິຄົມອຸດສາຫະກໍາ, ທ່ານເລຂາພັກ ສຸ້ຍ ຈຸງຈຽນ ( Xu Zhong Jian ) ໄດ້ສະແດງຄວາມຊົມເຊີຍແລະສະໜັບສະໜູນການເຊັນບົດບັນທຶກ ຄວາມເຂົ້າໃຈຄັ້ງນີ້ ກໍຄືວຽກງານພັດທະນາໂຄງການໃນຕໍ່ໜ້າ, ພ້ອມກັນນັ້ນກໍໄດ້ຕີລາຄາສູງຕໍ່ ອາຊີ – ໂປຕາສ ສາກົນ ໃນການສົ່ງເສີມການຫັນເປັນອຸດສາຫະກຳ, ການຫັນເປັນຕົວເມືອງ ແລະ ການພັດທະນາກະສິກຳທີ່ທັນສະໄໝຂອງ ສປປ ລາວ.

ທ່ານໄດ້ກ່າວວ່າ ການມາເຫັນພາກສະໜາມເປັນການຢັ້ງຢືນສັກຂີພິຍານໃຫ້ແກ່ ຄວາມໄວຂອງ ອາຊີ – ໂປຕາສ ສາກົນ, ຄວາມມະຫັດສະຈັນຂອງ ສປປ ລາວ, ອາຊີ – ໂປຕາສ ສາກົນ ໄດ້ກາຍເປັນແບບຢ່າງໃຫ້ແກ່ວິສາຫະກິດຂອງຈີນທີ່ລົງທຶນຢູ່ຕ່າງປະເທດ, ເປັນຜູ້ປະຕິບັດຕົວຈິງຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ”, ເປັນຜູ້ອຸທິດຕົນໃຫ້ແກ່ພາລະກິດຍິ່ງໃຫຍ່ຂອງຊາດ ແລະ ເປັນຜູ້ກໍ່ສ້າງຄູ່ຮ່ວມຊາຕາກໍາ ຈີນ – ລາວ. ປັດຈຸບັນ, ເມືອງ ຮ່ວຍຮົວ ກໍາລັງເລັ່ງກໍ່ສ້າງ ” ນະຄອນແຫ່ງການປູກພືດສາກົນ “, ຫວັງວ່າຈະສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອາຊີ – ໂປຕາສ ສາກົນ ແລະ ຫວັງວ່າເມືອງຮ່ວຍຮົວ ແລະ ແຂວງ ຄໍາມ່ວນ ກໍຈະລົງເລິກການຮ່ວມມືກັນຕື່ມອີກກ້າວໜຶ່ງ.

ໃນກອງປະຊຸມ ທ່ານ ທົງ ຢົງເຫີງ ໄດ້ມີຄໍາເຫັນວ່າ ອາຊີ – ໂປຕາສ ສາກົນ ແມ່ນວິສາຫະກິດໜຶ່ງທີ່ປະຕິບັດຕາມຄໍາໝັ້ນສັນຍາ, ເຮັດແທ້ທໍາຈິງ ແລະ ມີ ຄວາມຮັບຜິດຊອບ ໂດຍຜ່ານກອງປະຊຸມສໍາມະນາຄັ້ງນີ້, ການສຶກສາຄວາມເປັນໄປໄດ້ຂອງໂຄງການປູກເຂົ້າ 3 ລະດູ ຢູ່ລາວ ສາມາດສະຫຼຸບໄດ້ຢ່າງຮອບດ້ານ ແຕ່ລະດ້ານພຽບພ້ອມໄປດ້ວຍເງື່ອນໄຂສໍາລັບການຈັດຕັ້ງປະຕິບັດ ເຊິ່ງເປັນການພັດທະນາຂະແໜງການປູກເຂົ້າ 3 ລະດູຢູ່ລາວ ໄດ້ກ້າວໄປໜ້າຢ່າງເຂັ້ມແຂງອີກກ້າວໜຶ່ງ. ຂັ້ນຕອນຕໍ່ໄປ, ອາຊີ – ໂປຕາສ ສາກົນ ຈະຖືເອົາດ້ານເຕັກນິກເປັນພື້ນຖານ, ເລັ່ງການລົງທຶນ, ສ້າງຕັ້ງທີມງານຊ່ຽວຊານສະເພາະ, ເລັ່ງຊຸກຍູ້ການລົງມືກໍ່ສ້າງໂຄງການ, ຈາກນີ້ຖືເປັນບ່ອນສາທິດ ເພື່ອເຜີຍແຜ່ໄປຢ່າງກວ້າງຂວາງ.

ຜ່ານການພັດທະນາກະສິກຳທັນສະໄໝຢ່າງຕັ້ງໜ້າ, ຊ່ວຍແກ້ໄຂບັນຫາເງິນເຟີ້, ສົ່ງເສີມການສົ່ງອອກຜະລິດຕະພັນກະສິກໍາ ເພື່ອສ້າງລາຍຮັບເງິນຕາຕ່າງປະເທດ ແລະ ປະກອບສ່ວນເຫື່ອແຮງໃຫ້ຫຼາຍກວ່າເກົ່າໃນການພັດທະນາເສດຖະກິດຂອງ ສປປ ລາວ.