ສຸດເສົ້າ ທາງການຈີນຈັດໄວ້ອາໄລ 132 ຊີວິດທີ່ສູນເສຍຍ້ອນເຮືອນບິນຕົກ

185

ທາງການ ສປ.ຈີນ ຈັດພິທີໄວ້ອາໄລໃຫ້ 132 ຊີວິດທີ່ຈາກໄປກັບເຮືອບິນທີ່ອຸບັດຕິເຫດເມື່ອວັນທີ 21 ມີນາ 2022 ຜ່ານມາພາຍຫຼັງໄດ້ຄົ້ນຫາພົບກ່ອງດຳທັງສອງໜ່ວຍ ແລະໄດ້ພິສູດເອກະລັກບຸກຄົນຂອງຜູ້ເສຍຊີວິດໂດຍສ່ວນໃຫຍ່ແລ້ວ.

ໂດຍທາງການຈີນ ຈັດພິທີລຳລຶກໃນບໍລິເວນເຮືອບີນຂອງສາຍການບີນ China Eastern Airlines ປະສົບເຫດຕົກ ເພື່ອສະແດງຄວາມອາໄລຕໍ່ການເສີຍຊີວິດຂອງຜູ້ໂດຍສານ ແລະ ລູກເຮືອລວມທັງໝົດ 132 ຄົນ ທີ່ໄດ້ຫາຍໄປພ້ອມກັບເຮືອບິນທີ່ປະສົບອຸບັດຕິເຫດ.


ໂດຍພິທີເລີ່ມໃນເວລາ14:00 ໂມງ ຂອງວັນທີ 28 ມີນາ 2022 ນີ້ ໃນຈຸດທີ່ເຮືອບີນຕົກ ພ້ອມສຽງສັນຍານທີ່ດັງຂື້ນ ຈາກນັ້ນຄອບຄົວຂອງຜູ້ເສຍຊີວິດ ແລະ ເຈົ້າຫນ້າທີ່ກູ້ໄພ ຕະຫລອດຈົນເຈົ້າຫນ້າທີ່ຝ່າຍສຸກເສີນຕ່າງໆ ໄດ້ຮ່ວມໄວ້ອາໄລ ໂດຍຢືນສະຫງົບນິ້ງເປັນເວລາ 3 ນາທີ.


ນອກຈາກນີ້ ຄອບຄົວຂອງຜູ້ເສຍຊີວິດ ຍັງຮ່ວມໄວ້ອາໄລໃນພິທີຈັດຂື້ນຕາມສະຖານທີ່ຫລາຍໆແຫ່ງ ດ້ວຍຄວາມຊ່ວຍເຫລືອຂອງທາງການທ້ອງຖິ່ນ.


ທັງນີ້ ເຮືອບີນ Boeing 737 ຂອງສາຍການບີນ China Eastern Airlines ໄດ້ປະສົບອຸບັດຕິເຫດຕົກໃນເວລາປະມານ 14:38 ນາທີ ຂອງວັນທີ 21 ມີນາ 2022 ຕາມເວລາທ້ອງຖິ່ນໃນລະຫວ່າງເດີນທາງຈາກຄຸນໝິງໄປຍັງ ກວາງໂຈ ຕາມຂໍ້ມູນຢືນຢັນຈາກຜູ້ອຳນວຍການສຳນັກບໍລິຫານ ການບິນພົນລະເຮືອນແຫ່ງຊາດຈີນ ແມ່ນບໍ່ພົບສັນຍານຜູ້ລອດຊີວິດ, ສ່ວນການພິສູດເອກະລັກບຸກຄົນມາຮອດມື້ນີ້ແມ່ນໄດ້ທັງໝົດ 120 ກໍລະນີຈາກທັງໝົດ 132 ຄົນ.