ຢູເອັສ ໂອເພັນ ປະກາດໃຊ້ເທັກໂນໂລຢີ Hawk-Eye ແທນກໍາມະການເສັ້ນ

435

ການແຂ່ງຂັນເທັນນິສແກຣນສະແລມລາຍການ ຢູເອັສ ໂອເພັນ ທີ່ສະຫະລັດອາເມຣິກາ ປະກາດໃຊ້ເທັກໂນໂລຢີຄອມພິວເຕີ ມາເຮັດໜ້າທີ່ແທນກໍາມະການເສັ້ນ.

ການແຂ່ງຂັນ ຢູເອັສ ໂອເພັນ ມີບັນຫາໃນປີທີ່ຜ່ານມາ ເນື່ອງຈາກ ໂນວັກ ໂຈໂຄວິຊ ນັກເທັນນິສມື 1 ຂອງໂລກ ລະບາຍອາລົມທີ່ເສຍຄະແນນດ້ວຍການຕີໝາກເທັນນິສຄືນຫຼັງ  ໄປຖືກກໍາມະການເສັ້ນຜູ້ຍິງ ທີ່ຢືນຢູ່ທາງຫຼັງ ຈົນໄດ້ຮັບບາດເຈັບ ແລະ ເຮັດໃຫ້ ໂຈໂຄວິຊ ຖືກປັບເສຍຕົກຮອບໄປ.

ຫຼ້າສຸດ ສະຫະພັນເທັນນິສສະຫະລັດອາເມຣິກາ ( USTA ) ປຶກສາຫາລືກັບ ຝ່າຍຈັດການແຂ່ງຂັນເທັນນິສອາຊີບຊາຍ ແລະ ຍິງ ( ATP ແລະ WTA ) ກ່ອນທັງ 3 ຝ່າຍຈະຕັດສິນວ່າ: ຈະໃຊ້ເທັກໂນໂລຢີຄອມພິວເຕີິທີ່ຊື່ວ່າ Hawk-Eye ເຊິ່ງຄ້າຍໆກັບ VAR ໃນວົງການບານເຕະ ຕັດສິນແທນກໍາມະການເສັ້ນ.