ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ

15

ວັນສຸກທີ 05 ກໍລະກົດ 2024 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ (Nguyễn Khắc Định) ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.


ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມ ຢາມຂອງສະຫາຍ ຫງວຽນ ຄັກ ດິ້ງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ທີ່ໄດ້ນໍາເອົາໄມຕີຈິດມິດພະຕາບອັນດູດດື່ມຂອງບັນດາສະຫາຍການນໍາຂັ້ນສູງຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາສູ່ປະຊາຊົນລາວບັນດາເຜົ່າ; ພ້ອມກັນນີ້, ຍັງເປັນໂອກາດດີໃຫ້ແກ່ສະພາແຫ່ງຊາດ ກໍຄືຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ ໄດ້ແລກປ່ຽນບົດຮຽນກ່ຽວກັບການປັບປຸງລັດຖະທໍາມະນູນສະບັບປີ 2015 ຂອງ ສປປ ລາວ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດໄປຍັງສະຫາຍ ຫງວຽນ ຝູ ຈ໋ອງ (Nguyễn Phú Trọng) ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ໂຕ ເລິມ (Tô Lâm) ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ; ພ້ອມກັນນັ້ນ, ຍັງໄດ້ອວຍພອນໃຫ້ການຢ້ຽມຢາມ ແລະ ເຮັດວຽກຂອງສະຫາຍຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ຢູ່ ສປປລາວ ໃນຄັ້ງນີ້ ຈົ່ງມີຜົນສໍາເລັດຢ່າງຈົບງາມ.


ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານໃຫ້ຊາບຈຸດປະ ສົງຂອງການມາຢ້ຽມຢາມ ສປປລາວ ໃນຄັ້ງນີ້, ລາຍງານໂດຍຫຍໍ້ຜົນສໍາເລັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ລະຫວ່າງສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ແລະ ສະພາແຫ່ງຊາດ ແຫ່ງ ສປປລາວ, ແລະ ການພົບປະສອງຝ່າຍກັບສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ.