ວິເຄາະກ່ອນເກມຄູ່ຢຸດໂລກ ແອັດສະປາຍ ວັດຄົມກັບ ເຈົ້າພາບ ບານເຕະຢູໂຣ 2024 ຮອບ 8 ທີມ

29

ຄູ່ນີ້ຕ້ອງຍົກໃຫ້ເປັນຄູ່ບິກແມັດ ແລະ ຄູ່ໃຫຍ່ທີ່ສຸດປະຈໍາການແຂ່ງຂັນບານເຕະ ຢູໂຣ 2024 ກະວ່າໄດ້ ແລະ ແຟນບານຕ່າງລົງຄໍາເຫັນກົງກັນວ່າ ຄູ່ນີ້ພົບກັນໄວເກີນກໍານົດ ເພາະເປັນເຖິງ 2 ຕົວເຕັງ ຖ້າທີມໃດຊະນະມີໂອກາດໄປເຖິງແຊັມ ຈະໄດ້ຮູ້ກັນໃນຄໍ່າຄືນນີ້ວັນທີ 5 ກໍລະກົດ 2024 ເວລາ 22:59 ໂມງ ທີມຊາດແອັດສະປາຍ ລົງສະໜາມພົບກັບ ເຢຍລະມັນ ເຈົ້າພາບ ໃນຮອບ 8 ທີມສຸດທ້າຍເພື່ອຫາທີມຊະນະທີມທໍາອິດເຂົ້າຮອບ 4 ທີມສຸດທ້າຍໄປ.

#ຜົນງານໃນບານເຕະ ຢູໂຣ 2024 ຮອບທີ່ຜ່ານມາ ທັງສອງທີມເປັນທີມທີ່ສ້າງຜົນງານໄດ້ໂດດເດັ່ນທີ່ສຸດ ແລະ ຟອມດີທັງຄູ່:
-ເລີ່ມຕົ້ນກັນທີ່ ແອັດສະປາຍ ລະສະໜາມນັດທໍາອິດຊະນະ ໂຄຣອາຊີ 3-0, ນັດທີ 2 ຊະນະ ອິຕາລີ 1-0 ແລະ ນັດທີ 3 ຊະນະ ອັນບານີ 1-0 ເກັບ 9 ຄະແນນເຕັມຢຶດທີມນໍາຂອງກຸ່ມ B ຜ່ານເຂົ້າຮອບ 16 ທີມສຸດທ້າຍເອົາຊະນະ ຈໍເຈຍ ໄປຂາດລອຍ 4-1 ຈາກ 4 ນັດຍິງໄປ 9 ປະຕູ ແລະ ເສຍພຽງ 1 ປະຕູເປັນຊາດທີ່ຊະນະລວດຜ່ານເຂົ້າມາເຖິງຮອບນີ້, ສ່ວນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດເປັນ ຟາບຽນ ຣຸຍ ຍິງໄດ້ 2 ປະຕູ, ສ່ວນນັກເຕະຄົນອື່ນທີ່ຍິງໄດ້ 1 ປະຕູປະກອບມາ ອານີ ຄາບາຄາວ, ອານິ ໂອລໂມ, ໂຣດຣິ, ເຟີນານໂດ ຕໍເຣສ ແລະ ນິໂຄ ວິລລຽມ.

-ສ່ວນຝັ່ງ ເຈົ້າພາບ ເຢຍລະມັນ ລົງສະໜາມນັດທໍາອິດຊະນະ ສະກ໊ອດແລນ 5-1, ນັດທີ 2 ຊະນະ ຮົງກາລີ 2-0 ແລະ ນັດທີ 3 ສະເໝີ ສະວິດ 1-1 ມີ 7 ຄະແນນຢຶດຜູ້ນໍາກຸ່ມ A ຜ່ານເຂົ້າຮອບ 16 ທີມສຸດທ້າຍເອົາຊະນະ ດານມາກ 2-0 ລວມຜົນ 4 ນັດຍິງໄປ 10 ປະຕູ ແລະ ເສຍ 2 ປະຕູ, ສ່ວນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນທີມ ຈາມາລ ມູເຊຍລາ ຍິງໄດ້ 3 ປະຕູຂຶ້ນໍາດາວຍິງສູງສຸດ, ຮອງລົງມາຍິງໄດ້ 2 ປະຕູປະກອບມີ ນະໂຄລາສ ຟິລຄຣູກ ແລະ ໄຄ ຮາແວັດ.

#ສະຖິຕິການພົບກັນຂອງທັງສອງທີມ ໃນບານເຕະຢູໂຣ ຄັ້ງຫຼັງສຸດເກີດຂຶ້ນໃນປີ 2008 ເປັນ ແອັດສະປາຍ ບຽດຊະນະ ເຢຍລະມັນ 1-0, ສ່ວນສະຖິຕິ 5 ນັດຫຼັງສຸດໃນທຸກລາຍການທີ່ຜ່ານມາ ບານໂລກ ຮອບຄັດເລືອກຈັດຂຶ້ນໃນປີ 2010 ແອັດສະປາຍຊະນະ 1-0, ນັດອຸ່ນເຄື່ອງ 2014 ເຢຍລະມັນ ຊະນະ ສະເປນ 1-0, ນັດອຸ່ນເຄື່ອງ 2018 ສະເໝີກັນ 1-1, ລາຍການເນຊັນລີກ 2020 ສະເໝີກັນ 1-1, ເນຊັນລີກ 2020 ນັດທີ 2 ແອັດສະປາຍ ຊະນະ 6-0 ແລະ ໃນບານໂລກ 2022 ສະເໝີກັນ 1-1.

#ຄາດ 11 ຕົວຈິງຂອງ ແອັດສະປາຍ ທີຈະໄດ້ລົງສະໜາມຄືນນີ້ ( ລະບົບ 4-3-3 ): ອູໄນ ຊິມອນ ຜູ້ຮັກສາປະຕູ; ກອງຫຼັງປະກອບມີ ດານີ ຄາບາຄາລ, ໂຣແບ໊ງ ເລີ ນ໊ອກມ໊ອງ, ເອັມເມິຣິກ ລາປ໊ອກ ແລະ ມາກ ກູກູເຣຢາ; ກອງກາງປະກອບມີ ເປດຣິ, ໂຣດຣີ ເອນານເດຊ ແລະ ຟາບຽນ ຣຸສຊ໌; ກອງໜ້າປະກອບມີ ລາມີນ ຢາມາລ, ອັລບາໂຣ ໂມຣາຕ້າ ແລະ ນິໂກ ວິລລຽມສ໌.
-ຄາດ 11 ຕົວຈິງຂອງ ເຢຍລະມັນ ( ລະບົບ 4-2-3-1 ): ມານູເອລ ນອຍເອີ ຜູ້ຮັກສາປະຕູ; ກອງຫຼັງປະກອບມີ ໂຢຊົວ ຄິມມິຊ, ອັນໂຕນິໂອ ຣືດິເກີ, ໂຢນາທານ ທາ, ດາວິດ ເຣົາ; ກອງກາງປະກອບມີ ໂຣເບິດ ອັນດຣິີຊ, ໂທນີ ໂຄຣສ, ຟລໍຮຽນ ເວຍຊ໌, ອິລຄາຍ ກຸນໂດກັນ ແລະ ຈາມາລ ມູເຊຍລາ; ກອງໜ້າເປົ້າວາງ ໂຄ ຮາແວັດ.
ສໍາລັບ ທັງສອງທີມຖືວ່າເປັນທີມທີ່ສ້າງຜົນງານໄດ້ຢ່າງຄົງເສັ້ນຄົງວາໃນລາຍການນີ້ ແລະ ມີນັກເຕະທີ່ມີຄຸນນະພາບໃກ້ຄຽງກັນ ເຮັດໃຫ້ຜົນທີ່ອອກມາເປັນໄປໄດ້ທຸກຢ່າງ ບໍ່ແນ່ອາດຈະແກ່ຍາວໄປຈົນເຖິງການດວນຈຸດໂທດກໍເປັນໄດ້ ເພາະທັງສອງທີມຕ້ອງເບິ່ງເກມກັນກ່ອນໃນໄລຍະທໍາອິດ ເຮັດໃຫ້ເກມອາດອຶດອັດແບບສະຕາຍທີມໃຫຍ່ພົບກັນ ແຕ່ກົງກັນຂ້າມຖ້າຫາກມີປະຕູເກີດຂຶ້ນໄວຈະເປັນໃຫ້ເກມມ່ວນແນ່ນອນ ຮັບຮອງໄດ້ລຸ້ນປະຕູຕະຫຼອດເກມແນ່ນອນຕາມສະຕາຍຂອງເກມ ແອັດສະປາຍ ແລະ ເຢຍລະມັນ ມັກຈະຍິງປະຕູຫຼາຍ ເຮັດເອົາແຟນບານຕາຊື່ນຕະຫຼອດຄືນໄປເລີຍ ເພາະຄູ່ເດິກເວລາ 2:00 ໂມງກໍເປັນອີກຄູ່ບິກແມັດທີ່ໜ້າລຸ້ນ ປ໊ອກຕຸຍການ ພົບ ຝຣັ່ງ ມັນທັງ 2 ຄູ່.
ຂ່າວ: Larh Creators; ຮູບຈາກ: UEFA EURO 2024