Mister Supranational Laos ສ້າງປະຫວັດສາດຄວ້າ TOP 5, ກຽມລຸ້ນຕໍ່ Miss Supranational Laos 6 ກໍລະກົດນີ້

29

Mister Supranational Laos ສ້າງປະຫວັດສາດຄວ້າ TOP5, ລຸ້ນຕໍ່ Miss Supranational 6 ກໍລະກົດນີ້
ຊານົນ ມະນີຜົນ ( Sanonh Maniphonh ) Mister Supranational Laos ລົງປະກວດຮອບຕັດສິນ ( Mister Supramodel Of The Year ) ທີ່ປະເທດໂປໂລຍ ເມື່ອຄໍ່າຄືນຂອງວັນທີ 4 ກໍລະກົດ 2024 ສ້າງຜົນງານຢ່າງໂດດເດັ່ນສາມາດສ້າງປະຫວັດສາດຄວ້າຮອງອັນດັບ 4 ຫຼື ອັນດັບ 5 ໄປຄອງໄດ້ຢ່າງຍິ່ງໃຫຍ່.

ໃນຄໍ່າຄືນວັນທີ 4 ກໍລະກົດ 2024 ຜົນການປະກວດ MisterSupranational2024
ຜູ້ຊະນະເລີດໄດ້ແກ່ ອາຝຣິກາໃຕ້
ຮອງອັນດັບ 1 ເນເທີແລນ
ຮອງອັນດັບ 2 ຟີລິບປິນ
ຮອງອັນດັບ 3 ເວເນຊູເອລາ
ແລະຮອງອັນດັບ 4 ຄື ໜຸ່ມຊານົນ ມະນີຜົນ ຕົວແທນສາຍສະພາຍລາວ

ພາລະກິດຕໍ່ໄປພວກເຮົາຮ່ວມເຊຍ ຄຣິສຕີນາ ລາຊະສິມມາ ( Christina Lasasimma ) Miss Supranational Laos ( ມີສຊຸບປຣາເນຊັນແນລລາວ 2024 ) ກຽມລົງປະກວດມື້ຕັດສິນວັນທີ 06/07/2024, ເວລາ 12:00 (ກາງຄືນ) ເປັນຕົ້ນໄປ

ຮູບຈາກ: Nonh Sanonh Maniphonh ແລະ Mister Supranational