2 ສະພາແຫ່ງຊາດ ລາວ-ຫວຽດນາມ ຮ່ວມກັນ ສໍາມະນາວິທະຍາສາດການປັບປຸງລັດຖະທໍາມະນູນ

15

ວັນທີ 4 ກໍລະກົດ 2024 ທີ່ຫໍສະພາແຫ່ງຊາດ ໄດ້ມີພິທີຕ້ອນຮັບສະຫາຍ ຫງວຽນ ຄັກ ດິ້ງ (Nguyễn Khắc Định) ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ຢ່າງເປັນທາງການ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 3-5 ກໍລະກົດ 2024 ໂດຍການຕ້ອນຮັບຂອງສະຫາຍ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ. ການເດີນທາງມາ ສປປລາວ ຄັ້ງນີ້ ກໍເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ; ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃນຂົງເຂດບົດຮຽນ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ກໍຄືວຽກງານຄົ້ນຄວ້ານິຕິບັນຍັດ ພ້ອມທັງຮ່ວມກັນຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງສອງກຳມາທິການກົດໝາຍຂອງສອງສະພາແຫ່ງຊາດລາວ-ຫວຽດນາມ.


ຈາກນັ້ນ, ສະຫາຍ ຫວຽນ ຄັກ ດິ້ງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດກ່ຽວກັບການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້າລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ ໂດຍການເປັນປະທານຮ່ວມກັບສະຫາຍ ຈະເລີນ ເຍຍປາວເຮີ; ເຂົ້າຮ່ວມມີສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ບັນດາຄະນະປະຈຳສະ ພາແຫ່ງຊາດ, ບັນດາການນຳຂັ້ນສູງຂອງກະຊວງ ແລະ ອົງການຈັດຕັ້ງພັກ-ລັດທີ່ກ່ຽວຂ້ອງ, ບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ.


ກອງປະຊຸມສໍາມະນາວິທະຍາສາດຮ່ວມກັນໃນຫົວຂໍ້ “ການປັບປຸງລັດຖະທໍາມະນູນ” ຂອງທັງສອງປະເທດ ໄດ້ຮັບຟັງການສະເໜີບົດ ແລະ ແລກປ່ຽນຄໍາເຫັນຕໍ່ເນື້ອໃນສໍາຄັນຕ່າງໆດັ່ງນີ້:
1. ແນວຄິດຂອງພັກກອມມູນິດຫວຽດນາມ ໃນຂະບວນການສ້າງ ແລະ ປະກາດໃຊ້ລັດຖະທຳມະນູນ ສະເໜີໂດຍສະຫາຍ ຫງວຽນ ຄັກ ດິ້ງ;
2. ການຫັນແນວຄິດຂອງພັກກອມມູນິດຫວຽດນາມ ເປັນບົດບັນຍັດກ່ຽວກັບບົດບາດນຳພາຂອງພັກ ແລະ ບັນ ດາອົງການສິດອຳນາດແຫ່ງລັດ ໃນລັດຖະທຳມະນູນ ສະເໜີໂດຍສະຫາຍ ຮວ່າງ ແທ່ງ ຕຸ່ງ (Hoàng Thanh Tùng) ກຳ ມະການສູນກາງພັກກອມມູນິດຫວຽດນາມ, ປະທານກໍາມາທິການກົດໝາຍ;


3. ການຫັນແນວຄິດຊີ້ນຳຂອງພັກກອມມູນິດຫວຽດນາມ ເປັນບົດບັນຍັດກ່ຽວກັບການປົກຄອງທ້ອງຖິ່ນ ໃນການສ້າງ ແລະ ປະກາດໃຊ້ລັດຖະທຳມະນູນປີ 2013 ສະເໜີໂດຍສະຫາຍ ນາງ ຫງວຽນ ເຟືອງ ຖູ້ຍ (Nguyễn Phương Thủy) ຮອງປະທານກໍາມາທິການກົດໝາຍ;
4. ບົດຮຽນກ່ຽວກັບການປັບປຸງລັດຖະທໍາມະນູນ ຂອງ ສປປລາວ ສະເໜີໂດຍສະຫາຍ ຈະເລີນ ເຍຍປາວເຮີ.


ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນທີ່ສຸດ ໃຫ້ແກ່ສະພາແຫ່ງຊາດລາວ ກໍຄືຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນປີ 2015 ຂອງ ສປປລາວ ຈຶ່ງສະເໜີມາຍັງບັນດາສະຫາຍ ຈົ່ງພ້ອມກັນຕັ້ງໃຈຮັບຟັງ ແລະ ແລກປ່ຽນຄໍາເຫັນນໍາກັນຢ່າງກົງໄປກົງມາ ເພື່ອຍາດແຍ່ງເອົາບົດ ຮຽນ ແລະ ປະສົບການທີ່ລໍ້າຄ່າຈາກ ສສ.ຫວຽດນາມ ແນໃສ່ເຮັດໃຫ້ການປັບປຸງລັດຖະທໍາມະນູນຂອງ ສປປລາວ ເປັນລະບົບຄົບຊຸດກວ່າເກົ່າ.