7 ບັນຫາສຳຄັນ ທີ່ຈະຫາລື ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ

12

ໃນວັນທີ 04 ກໍລະກົດ 2024 ທີ່ສໍານັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ນະຄະເສນ ສີຫາລາດ ຄະນະປະຈຳ ສະພາປະຊາຊົນ, ເລຂາທິການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ຊື່ມວນຊົນ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງ ເຊິ່ງຈະດຳເນີນຂຶ້ນໃນລະຫວ່າງ ວັນທີ 08 – 12 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນຫຼວງ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງວຽງຈັນ ດັ່ງນີ້:

1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2024 ຂອງນະຄອນຫຼວງວຽງຈັນ, ຕິດພັນກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບການດໍາເນີນກອງປະຊຸມອາຊຽນ ຂອງນະຄອນຫຼວງວຽງຈັນ.
2. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດບັນດາຄາດໝາຍ ການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ນະຄອນຫຼວງວຽງຈັນ.
3. ພິຈາລະນາ ແລະ ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງ ທ່ານ ເຈົ້າຄອງ ນະຄອນຫຼວງ ວ່າດ້ວຍການຮັບຮອງເອົາລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້.
4. ຮັບຟັງການລາຍງານ, ຊີ້ແຈງບາງບັນຫາສຳຄັນ ແລະ ພົ້ນເດັ່ນຂອງນະຄອນຫຼວງ ຈຳນວນໜຶ່ງ ເປັນຕົ້ນ:
1) ມາດຕະການຕ້ານ ແລະ ແກ້ໄຂບັນຫານໍ້າຖ້ວມຂັງ ໃນນະຄອນຫຼວງວຽງຈັນ.
2) ການລາຍງານຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງສາມແຍກສີໄຄ-ສີ່ແຍກສີເກີດ.
3) ມາດຕະການຊຸກຍູ້ສົ່ງເສີມ ການຜະລິດເປັນສິນ ຄ້າໃຫ້ສາມາດຕອບສະໜອງສະບຽງອາຫານ ແລະ ສະກັດກັ້ນການນໍາເຂົ້າສິນຄ້າຈາກພາຍນອກ ຢູ່ນະຄອນຫຼວງວຽງຈັນ.
4) ການດໍາເນີນການຈັດຕັ້ງປະຕິບັດການຜັນຂະຫຍາຍ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ຢູ່ນະຄອນ ຫຼວງວຽງຈັນ.
5) ການຈັດຕັ້ງປະຕິບັດ ແລະ ການຊົດເຊີຍໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະ ຖານີເພຍລາດ ຫາສະຖານີໄຟຟ້າ ນາຊາຍທອງ ນະຄອນຫຼວງວຽງຈັນ.
6) ມາດຕະການໃນການຈັດຕັ້ງປະຕິບັດວຽກງານ ສ.ສະຫວ່າງ ຢູ່ນະຄອນຫຼວງວຽງຈັນ.
7) ການຈັດຕັ້ງປະຕິບັດການຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການພັດທະນາເນື້ອທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ.
8) ການລາຍງານກ່ຽວກັບການບຸກລຸກຈັບຈອງ ແລະ ອອກໃບຕາດິນ ຢູ່ເຂດປ່າສະຫງວນແຫ່ງຊາດພູພະນັງ.
5. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2024 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II.
6. ຮັບຟັງການລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງເອົາ ບົດລາຍງານການ ເຄື່ອນໄຫວວຽກງານປີ 2023 ແລະ ແຜນການຈຸດສຸມປີ 2024 ຂອງອົງການໄອຍະການປະຊາຊົນພາກກາງ, ສານປະຊາຊົນພາກາງ, ອົງການໄອຍະການປະຊາຊົນ ນະຄອນຫຼວງ, ສານປະຊາຊົນ ນະຄອນຫຼວງ ສະບັບເລກທີ 005/ສປນວ, ລົງວັນທີ 10 ມັງກອນ 2024 ໃນໄລຍະ 06 ເດືອນຕົ້ນປີ 2024.
7. ຮັບຟັງການລາຍງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄລຍະ 06 ເດືອນຕົ້ນປີ 2024; ການຈັດຕັ້ງປະຕິບັດ ດໍາລັດ ສະບັບເລກທີ 280, ລົງວັນທີ 09 ສິງຫາ 2022 ວ່າດ້ວຍຊັບສິນທີ່ຖືກຍຶດ, ອາຍັດ ແລະ ຮິບເປັນຂອງລັດ.

ນອກຈາກບັນດາເນື້ອໃນທີ່ໄດ້ກ່າວມາຂ້າງເທິງແລ້ວ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະ ມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນະຄອນຫຼວງ ຊັກຖາມໃນກອງປະຊຸມຈາກພາກສ່ວນທີ່ກ່ຽວ ຂ້ອງຕື່ມອີກ, ເຊິ່ງການດໍາເນີນກອງປະຊຸມຄັ້ງນີ້ ແມ່ນການປະຕິບັດພາລະບົດບາດຂອງສະພາປະຊາຊົນ ໃນຖານະເປັນອົງການອໍານາດລັດ ຂັ້ນນະຄອນຫຼວງ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຊາວນະ ຄອນຫຼວງວຽງຈັນ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກ ງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ ຈົ່ງໃຫ້ການຕິດຕາມຂ່າວສານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດມີຄຳຄິດຄຳເຫັນ ຫຼື ຄຳສະເໜີເຂົ້າໃນກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260 251, 260242 ເຊິ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.