ຮ່ວມເຊຍ ຊານົນ ມະນີຜົນ Mister Supranational Laos ລົງປະກວດຕັດສິນຄືນນີ້ທີ່ໂປໂລຍ

34

ຢ່າລືມມໆນີ້ພວກເຮົາມີນັດຮ່ວມໃຈເຊຍ ຊານົນ ມະນີຜົນ ( Sanonh Maniphonh ) Mister Supranational Laos ໃນການປະກວດຄັ້ງນີ້ ຮອບຕັດສິນ ( Mister Supramodel Of The Year ) ທີ່ປະເທດໂປໂລຍ ຈະມີການຖ່າຍທອດສົດຜ່ານຊ່ອງຢູທູບ SUPRA MODEL OF THE YEAR ເວລາ 00:00 (​ 12 ໂມງກາງຄືນ ) ເປັນຕົ້ນໄປ

ເຊິ່ງຮອບທໍາອິດ ຊານົນ ສ້າງຜົນງານໄດ້ຢ່າງໂດດເດັ່ນຕິດທ໊ອບ 10 ແລະ Preliminary Competition ກໍບໍ່ໜ້ອຍໜ້າສະແດງຄວາມສາມາດໄດ້ຢ່າງໝັ້ນໃຈ ມື້ນີ້ຈະມາຕັດສິນຮອບສຸດທ້າຍອາດມີເຊີໄພ ລໍຖ້າລຸ້ນນໍາກັນ

ສ່ວນ ຄຣິສຕີນາ ລາຊະສິມມາ ( Christina Lasasimma ) Miss Supranational Laos ມີສຊຸບປຣາເນຊັນແນລລາວ 2024 ໃນການປະກວດຄັ້ງນີ້ ມື້ຕັດສິນວັນທີ 06/07/2024, ເວລາ 12:00
(ກາງຄືນ) ເຊັ່ນກັນ

ທ່ານພ້ອມແລ້ວບໍທີ່ຈະຮ່ວມເຊຍໄປພ້ອມໆກັນ, ສ່ວນສາຍສະພາຍທັງສອງຕົວແທນຈາກ ສປປ ລາວ ນໍາໂດຍ ຊານົນ ມະນິຜົນ Mister Supranational Laos 2024 ແລະ ຄຣິສະຕີນາ ລາຊະສິມມາ Miss Supranational Laos 2024 ພ້ອມເຕັມ 100% ລົງປະກວດໃນງານປະກວດທີ່ປະເທດໂປໂລຍ.

ຮູບຈາກ: Nonh Sanonh Maniphonh ແລະ Mister Supranational