ທັບນັກກີລາເປຕັງ ມະຫາວິທະຍາໄລລາວ ລື່ນຄາດໝາຍກວາດໄປ 3 ຫຼຽນຄໍາໃນງານ ມ.ອາຊຽນ ໄດ້ຮັບເງິນອັດສີດ 32 ລ້ານກີບ

38

ທັບນັກກີລາເປຕັງ ມະຫາວິທະຍາໄລລາວ ສ້າງຜົນງານໄດ້ດີເກີນຄາດ ກວາດໄປ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ( ມ.ອາຊຽນ ) ຄັ້ງທີ 21 ລະຫວ່າງວັນທີ 25 ມິຖຸນາ – 7 ກໍລະກົດ 2024 ທີ່ປະເທດອິນໂດເນເຊຍ. ຂະນະທີ່ ທາງສະຫະພັນກິລາມະຫາວິທະຍາໄລລາວ ໄດ້ມອບເງິນສະໜັບສະໜູນໃຫ້ແກ່ນັກກິລາທີ່ໄດ້ຮັບຫຼຽນທັງໝົດ 32 ລ້ານກີບ ເພື່ອເປັນການຍ້ອງຍໍຊົມເຊີຍໃນຜົນງານດັ່ງກ່າວ.

ສໍາລັບ ກີລາເປຕັງ ໃນງານ ມ.ອາຊຽນ ແມ່ນສໍາເລັດໄປເປັນທີ່ຮຽບຮ້ອຍປາກົດວ່າ: ທັບນັກກີລາສຶກສາລາວລົງແຂ່ງຂັນ ລາຍການສຸດທ້າຍປະເພດຄູ່ປະສົມ ຊາຍ 1 ຍິງ 1 ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 12 ທີມ ຈາກ 6 ຊາດອາຊຽນ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຜົນປາກົດວ່າ ນັກກິລາວສາມາດເອົາຊະນະນັກກິລາຈາກໄທ ບີ 10-5 ຄະແນນ ຜ່ານເຂົ້າໄປຮອບ 4 ທີມສຸດທ້າຍ ພົບກັບນັກກິລາຈາກເຈົ້າພາບ ອິນໂດເນເຂຍ ແລະ ເຫັນວ່ານັກກິລາລາວເອົາຊະນະໄປແບບສະບາຍ 13-4 ຄະແນນ ໄດ້ຜ່ານເຂົ້າໄປຮອບຊີງຊະນະເລີດພົບກັບນັກກິລາຈາກປະເທດໄທ ເອ ຊຶ່ງໃນຮອບດັ່ງກ່າວ ນັກກິລາລາວເຮົາກໍຍັງຮັກສາໂຊຟອມເກັ່ງໄວ້ໄດ້ ເອົາຊະນະນັກກິລາໄທໄປ 12-8 ຄະແນນ ຄວ້າອີກ 1 ຫຼຽນຄໍາມາຄອງໄດ້ຢ່າງສົມສັກສີ. ສ່ວນຫຼຽນເງິນແມ່ນຕົກເປັນຂອງຄູ່ນັກກິລາໄທ ແລະ ຫຼຽນທອງຕົກເປັນຂອງເຈົ້າພາບ ອິນໂດເນເຊຍ.

ເຮັດ ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 3 ຫຼຽນຄໍາ ຈາກປະເພດຊຸດຕິງຊາຍ, ຄູ່ຊາຍ ແລະ ຄູ່ປະສົມ ຊາຍ 1 ຍິງ 1; 2 ຫຼຽນເງິນ ຈາກປະເພດທີມຊຸດຍິງ ແລະ ຄູ່ຍິງ ແລະ 4 ຫຼຽນທອງຈາກປະເພດດ່ຽວຍິງ, ດ່ຽວຊາຍ, ປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1 ສົ່ງຜົນໃຫ້ທັບນັກກິລາເປຕັງລາວ ສາມາດສ້າງຜົນງານໄດ້ດີເກີນຄາດ ຊຶ່ງໃນເບື້ອງຕົ້ນ ທາງລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຕັ້ງເປົ້າໝາຍໄວ້ພຽງ 2 ຫຼຽນຄໍາ ຈາກກິລາ 4 ປະເພດທີ່ສົ່ງເຂົ້າຮ່ວມແຂ່ງຂັນ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍຄັ້ງນີ້.

ໃນໂອກາດດຽວກັນນີ້, ທາງສະຫະພັນກິລາມະຫາວິທະຍາໄລລາວ ໄດ້ມອບເງິນສະໜັບສະໜູນໃຫ້ແກ່ນັກກິລາທີ່ໄດ້ຮັບຫຼຽນທັງໝົດ ຈໍານວນ 32 ລ້ານກີບ ເພື່ອເປັນການຍ້ອງຍໍຊົມເຊີຍໃນຜົນງານດັ່ງກ່າວ ຊຶ່ງຕາງໜ້າມອບຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.

ມາຮອດຕອນແລງວັນທີ 3 ກໍລະກົດ 2024 ສປປ ລາວ ກວາດໄປ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 5 ຫຼຽນທອງ ຢູ່ອັນດັບທີ 5 ຂອງຕາຕະລາງສະຫຼຸບຫຼຽນ ຈາກ 11 ປະເທດເຂົ້າຮ່ວມ, ສ່ວນ ຜູ້ນໍາຍັງເປັນຂອງ ເຈົ້າພາບ ອິນໂດເນເຊຍ ກວາດໄປ 78 ຫຼຽນຄໍາ, 64 ຫຼຽນເງິນ ແລະ 41 ຫຼຽນທອງ ໜີຫ່າງອັນດັບ 2 ໄທ ທີ່ກວາດໄປ 29 ຫຼຽນຄໍາ, 22 ຫຼຽນເງິນ ແລະ 18 ຫຼຽນທອງ.
ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ