ຈັ່ງໃດ ເຈົ້າໜ້າທີ່ ກວດພົບ 2 ໃນ7 ຕົວຢ່າງປຸ໋ຍ ທີ່ບໍ່ໄດ້ມາດຕະຖານ

35

ໃນລະຫວ່າງເດືອນ ມິຖຸນາ ປີ 2024 ຜ່ານມາ ເຈົ້າໜ້າທີ່ຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ລົງເກັບຕົວຢ່າງ ຝຸ່ນເຄມີ (ປຸ໋ຍ) ຈາກບັນດາບໍລິສັດນໍາເຂົ້າ ແລະ ຮ້ານຈໍາໜ່າຍ ພາຍໃນ 4 ຕົວເມືອງ ຄື: ເມືອງທ່າແຂກ, ໜອງບົກ, ຫີນບູນ ແລະ ເຊບັ້ງໄຟ ເພື່ອນໍາໄປວິໄຈຫາທາດອາຫານພືດ ທີ່ບັນຈຸໃນຝຸ່ນເຄມີ ວ່າມີຄຸນະພາບ ຖືກຕ້ອງ ແລະ ຄົບຖ້ວນ ຕາມມາດຕະຖານ ຫຼື ບໍ່.

May be an image of lumberyard and text
ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ຂອງເຈົ້າໜ້າທີ່ ໄດ້ເກັບຕົວຢ່າງທັງໝົດ 7 ຕົວຢ່າງ ແລ້ວສົ່ງໃຫ້ສູນວິໄຈດິນ, ພືດ ແລະ ຝຸ່ນ (ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກຳ ແລະ ປ່າໄມ້) ເພື່ອເຮັດການວິໄຈ ເຊິ່ງວ່າຜົນຂອງການວິໄຈດັ່ງກ່າວອອກມາ ໃນ 07 ຕົວຢ່າງນັ້ນ ມີ 2 ຕົວຢ່າງ ທີ່ບໍ່ໄດ້ຕາມມາດຕະຖານ.

May be an image of ‎text that says '‎모스중 上会・ MANUAL SPRAYER ELECTHIC DUAL PURPOSE سی 20L ISOLIXI LECTRIG MANUAL PURPOSE DUAL SPRAYER‎'‎

ຕໍ່ບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ ກໍ່ໄດ້ແຈ້ງເຕືອນໄປຫາ ບໍລິສັດ ແລະ ຮ້ານຈໍາໜ່າຍ ເພື່ອບໍ່ໃຫ້ນໍາເຂົ້າ ແລະ ຈໍາໜ່າຍຝຸ່ນເຄມີ(ປຸ໋ຍ) ທີ່ບໍ່ມີຄຸນນະພາບຕາມມາດຕະຖານສາກົນ ພ້ອມກັນນັ້ນ ເຈົ້າໜ້າທີ່ ແມ່ນຍັງສືບຕໍ່ເອົາໃຈໃສ່ໃນການ ຕິດຕາມກວດກາ ການນໍາເຂົ້າ ແລະ ຈໍາໜ່າຍຝຸ່ນເຄມີ (ປຸ໋ຍ) ຢ່າງເຄັ່ງຄັດໃນຕໍ່ໜ້າ ເພື່ອຜົນປະໂຫຍດຂອງພໍ່ແມ່ປະຊາຊົນ ກໍ່ຄືຊາວກະສິກອນ.

May be an image of petfood, lumberyard and text
Cr: khammouane News