ທັບນັກກິລາລາວ ບັນລຸເປົ້າ 2 ຫຼຽນຄຳຮຽບຮ້ອຍ ໃນງານກີລາ ມ.ອາຊຽນ ຄັ້ງທີ 21

31

ທັບນັກກິລາ ມະຫາວິທະຍາໄລລາວ ສ້າງຜົນງານໄດ້ດີ ສາມາດສູ້ຊົນຈົນບັນລຸເປົ້າໝາຍ 2 ຫຼຽນຄໍາ ຕາມທີ່ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຄາດຫວັງໄວ້ເປັນທີ່ຮຽບຮ້ອຍແລ້ວ ຫຼັງຫຼ້າສຸດນັກກິລາເປຕັງປະເພດຄູ່ຊາຍ ໂຊຟອມເກັ່ງເອົາຊະນະນັກກິລາຈາກປະເທດໄທ ໃນນັດຊີງຊະນະເລີດ ຄວ້າຫຼຽນຄໍາມາຄອງອີກ 1 ຫຼຽນ. ຂະນະທີ່ ປະເພດຄູ່ຍິງ ກໍສາມາດຄວ້າອີກ 1 ຫຼຽນເງິນມາຄອງໄດ້ສຳເລັດ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ.

ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໄດ້ສືບຕໍ່ເປັນມື້ທີຫ້າ ໃນວັນທີ 30 ມິຖຸນາ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງໄດ້ມີການຊີງໄຊກັນຢູ່ 2 ລາຍການ ຄື: ປະເພດຄູ່ຊາຍ ແລະ ຄູ່ຍິງ. ສໍາລັບນັກກິລາລາວ ປະເພດຄູ່ຊາຍ 1 ປະກອບມີ ທ້າວ ວິລະສັກ ລາດສະວົງ ແລະ ທ້າວ ແສງອາລຸນ ຊາທອງຍົດ ແລະ ປະເພດຄູ່ຊາຍ 2 ປະກອບມີ ທ້າວ ປີ່ໂນ ພັນທະລີ ແລະ ທ້າວ ສອນໄຊ ໄຊຍະວັນ. ສ່ວນປະເພດຄູ່ຍິງ ປະກອບມີ ນາງ ນ່ອນນີ ພັນທະລີ ແລະ ນາງ ໄກ່ທອງ ແກ້ວພິລາ ໂດຍໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ເຊຍຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.

ໄຮໄທລ໌ສໍາຄັນຢູ່ທີ່ ລາຍການປະເພດຄູ່ຊາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 9 ທີມ ຈາກ 5 ຊາດອາຊຽນ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຜົນປາກົດວ່າ ປະເພດຄູ່ຊາຍ 1 ລາວສາມາດຜ່ານເຂົ້າໄປຮອບ 4 ທີມສຸດທ້າຍ ພົບກັບນັກກິລາຈາກມາເລເຊຍ ຊຶ່ງນັກກິລາລາວ ກໍເຮັດໄດ້ດີຕາມຄາດ ເອົາຊະນະນັກກິລາມາເລເຊຍໄປແບບສະບາຍ 13-5 ຄະແນນ ໄດ້ຜ່ານເຂົ້າໄປຮອບຊີງຊະນະເລີດພົບກັບນັກກິລາຈາກປະເທດໄທ ຊຶ່ງໃນຮອບດັ່ງກ່າວ ຂະນະທີ່ນັກກິລາລາວ ນຳນັກກິລາໄທຢູ່ 5-0 ຄະແນນ ໄດ້ມີບັນຫາດ້ານລະບົບໄຟຟ້າ ຈຶ່ງຈໍາເປັນຕ້ອງເລື່ອນມາແຂ່ງຂັນກັນຕໍ່ໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2024 ແລະ ນັກກິລາລາວເຮົາກໍຍັງຮັກສາມາດຕະຖານໄວ້ໄດ້ຄືເກົ່າ ໂຊຟອມເກັ່ງໄດ້ເໜືອຄໍາບັນຍາຍ ເອົາຊະນະນັກກິລາໄທໄປແບບບໍ່ເຫັນຝຸ່ນ 13-0 ຄະແນນ ຄວ້າອີກ 1 ຫຼຽນຄໍາມາຄອງໄດ້ຢ່າງສົມສັກສີ. ສ່ວນຫຼຽນເງິນແມ່ນຕົກເປັນຂອງຄູ່ນັກກິລາໄທ ແລະ ຫຼຽນທອງຕົກເປັນຂອງເຈົ້າພາບ ອິນໂດເນເຊຍ. ສໍາລັບຄູ່ຊາຍ 2 ຂອງລາວ ແມ່ນຕົກຮອບ.

ຈາກຜົນງານດັ່ງກ່າວເຮັດໃຫ້ ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 2 ຫຼຽນຄໍາ ຈາກປະເພດຊຸດຕິງຊາຍ ແລະ ຄູ່ຊາຍ, 2 ຫຼຽນເງິນ ຈາກປະເພດທີມຊຸດຍິງ ແລະ ຄູ່ຍິງ ແລະ 4 ຫຼຽນທອງຈາກປະເພດດ່ຽວຍິງ, ດ່ຽວຊາຍ, ປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1 ສົ່ງຜົນໃຫ້ທັບນັກກິລາລາວ ສາມາດບັນລຸເປົ້າໝາຍ 2 ຫຼຽນຄໍາ ຕາມທີ່ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຄາດຫວັງໄວ້ເປັນທີ່ຮຽບຮ້ອຍ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍຄັ້ງນີ້.
ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ