ເປີດເວັບໄຊ ຮັບໃຊ້ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

23

ໃນວັນທີ 1 ກໍລະກົດ 2024 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດໄດ້ຮັບອະນຸຍາດຈາກປະທານສະພາແຫ່ງຊາດ ແລະ ປະທານໄອປາ ຄັ້ງທີ 45 ລາຍງານກ່ຽວກັບ ການກະກຽມ ແລະ ເປີດການນຳໃຊ້ໜ້າເວັບໄຊ ຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຢ່າງເປັນທາງການ. ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ-ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຈັນທະວົງ ແສນອາມາດມົນຕີ ກ່າວວ່າ: ອະນຸກໍາມະການກອງເລຂາແຫ່ງຊາດ ໄດ້ສົມທົບກັບອະນຸກຳມະການ ເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ສື່ມ່ວນຊົນ, ສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອອອກແບບ ແລະ ພັດທະນາເວັບໄຊຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ດ້ວຍຈຸດປະສົງ:
– ເຜີຍແຜ່ຂໍ້ມູນ-ຂ່າວສານ, ຂໍ້ມູນພື້ນຖານ, ການຕິດຕາມເອກະສານ, ແຜນການປະຕິບັດງານ, ແຜນການເຄື່ືອນໄຫວຕ່າງໆ ແລະ ຄວາມຄືບໜ້າຂອງກະກຽມກອງປະຊຸມເປັນແຕ່ລະໄລຍະ ອອກສູ່ສາທາລະນະ ໃຫ້ແກ່ບັນດາປະເທດລັດຖະສະພາສະມາຊິກໄອປາ, ປະເທດຜູ້ສັງເກດການ ແລະ ອົງການກ່ຽວຂ້ອງ ໃນການເຂົ້້າເຖິງເນື້ອໃນເອກະສານທີ່ກ່ຽວຂ້ອງກັບກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ(AIPA) ຄັ້ງທີ 45;
– ເຜີຍແຜ່, ໂຄສະນາ, ປຸກລະດົມ ເພື່ອໃຫ້ປະຊາຊົນໃນທົົ່ວສັງຄົມ ຮັບຊາບ ແລະ ເຂົ້່າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເປັນເຈົ້້າພາບຈັດກອງປະຊຸມໄອປາ ແລະ ການປະກອບສ່ວນເຂົ້າໃນການຮ່ວມກັນເປັນເຈົ້້າພາບທີ່ດີ;

ໂຄງຮ່າງໜ້າເວັບໄຊ ອອກແບບເປັນພາອັງກິດ, ເນື້ອໃນຂອງເວັບໄຊ ປະກອບມີ: ໜັງສືເຊີນ, ຮ່າງວາລະດໍາເນີນກອງປະຊຸມ, ຮ່າງຕາຕະລາງການດໍາເນີນກອງປະຊຸມ, ຂໍ້ມູນທົ່ວໄປ, ບົດສະເໜີຂອບແນວຄວາມຄິດ, ຮ່າງມະຕິກອງປະ ຊຸມ, ແບບຟອມການລົງທະບຽນ ແລະ ເນື້ອໃນເອກະສານກ່ຽວຂ້ອງທີ່ຈຳເປັນອື່ນໆ.

ມາຮອດເວລານີ້ຖືວ່າ ການກະກຽມທາງດ້ານເຕັກນິກວິຊາການ ແມ່ນມີຄວາມພ້ອມສໍາລັບການເປີດນໍາໃຊ້ເວັບໄຊໄດ້ແລ້ວ.
ພ້ອມນີ້, ບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານປະທານກໍາມາທິການ, ທ່ານເລຂາທິການສະພາແຫ່ງຊາດ, ທ່ານຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ກໍຄືບັນດາທ່ານທີ່ຈະເປັນປະທານກອງປະຊຸມໃນຂົງເຂດວຽກງານຕ່າງໆ ແລະ ຜູ້ມີສ່ວນຮ່ວມໃນການພັດທະນາເວັບໄຊຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ແລະ ກອງປະຊຸມອື່ນທີ່ປີ່ນອ້ອມ ໄດ້ຂຶ້ນເວທີ ເພື່ອຮ່ວມເປັນສັກຂີພິຍານໃນພິທີເປີດການນໍາໃຊ້ເວັບໄຊຄັ້ງນີ້. ໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ປະທານໄອປາ ຂຶ້ນກົດປຸ່ມ ແລະ ເປີດການນຳໃຊ້ເວັບໄຊ ຢ່າງເປັນທາງການ.