ຈັບຕົວກຸ່ມສໍ້ໂກງຊັບທາງໂທລະຄົມ (Call Center) 280 ຄົນ

29

ໜັງສືພິມຄວາມສະຫງົບລາຍວັນລາຍງານວ່າ: ໃນວັນທີ 20 ມີຖຸນາ 2024 ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສົມທົບກັບ ກຳລັງປ້ອງກັນຊາດປະຈຳເຂດ, ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ, ໜ່ວຍງານຮັກສາຄວາມປອດໄພເຂດເສດຖະກິດພິເສດສາມຫຼຽມຄຳ ໄດ້ ເຂົ້າຈັບຕົວກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (Call Center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼຽມຄໍາ ເມືອງ ຕົ້ນເຜີ້ງ, ແຂວງ ບໍ່ແກ້ວ ເຊິ່ງຈັບຕົວໄດ້ທັງໝົດ 280 ຄົນ ຍິງ 7 ຄົນ. ພ້ອມດ້ວຍເຄື່ອງຂອງກາງໂທລະສັບມືຖື 1.345 ໜ່ວຍ, ຄອມພິວເຕີ້ຕັ້ງໂຕະ 458 ຊຸດ.


ຈາກນັ້ນ, ໃນວັນທີ 23 ມີຖຸນາ 2024 ກໍ່ໄດ້ມີພິທີ ມອບ-ຮັບ ຄົນສັນຊາດຈີນຈໍານວນດັ່ງກ່າວ ພ້ອມເຄື່ອງຂອງກາງ ໃຫ້ເຈົ້າໜ້າທີ່ຝ່າຍຈີນຢູ່ຊາຍແດນລາວ-ຈີນ ດ່ານບໍ່ເຕັນ-ບໍ່ຫານ ຕ່າງໜ້າຝ່າຍລາວມອບໂດຍ ພັທ ສຸດໃຈ ອິນທອງໄຊ ຮອງພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ຕ່າງໜ້າຝ່າຍຈີນຮັບໂດຍ ພັອ ຈ້າວເຊິ່ງຈຸນ ຫົວໜ້າຫ້ອງການປ້ອງກັນຄວາມສະຫງົບແຂວງກິ່ງສິບສອງປັນນາ ເພື່ອໄປດຳເນີນຄະດີຕາມກົດໝາຍ.


ການລົງແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (Call Center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໃນຄັ້ງນີ້, ກໍເພື່ອເປັນການເຂັ້ມງວດໃນການສະກັດກັ້ນ-ແກ້ໄຂ ປະກົດການຫຍໍ້ທໍ້ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ຫຼຸດລົງເທື່ອລະກ້າວ, ແນໃສ່ເຮັດໃຫ້ສັງຄົມ ກໍຄື ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.