ລາມີນ ຢາມາລ ນັກເຕະດາວເດັ່ນຂອງທີມຊາດແອັດສະປາຍ ສ້າງສະຖິຕິອີກແລ້ວ ຫຼັງພາທີມເຂົ້າຮອບ 8 ທີມ

27

ລາມີນ ຢາມາລ ນັກເຕະດາວເດັ່ນຂອງທີມຊາດແອັດສະປາຍ ອາຍຸພຽງ 16 ປີສ້າງສະຖິຕິໃໝ່ໃນບານເຕະ ຢູໂຣ 2024 ໄດ້ເຖິງ 2 ຢ່າງ ຫຼັງແອັສຊິສໃຫ້ເພື່ອນຮ່ວມທີມຍິງໄດ້ 1 ປະຕູໃນນັດພາ ທີມຊາດແອັດສະປາຍ ເອົາຊະນະ ຈໍເຈຍ 4-1 ໃນຮອບ 16 ທີມສຸດທ້າຍ ເມືື່ອວັນທີ 30 ມິຖຸນາ 2024 ທີ່ປະເທດເຢຍລະມັນ.
ນັດດັ່ງກ່າວ ແອັດສະປາຍ ໄດ້ປະຕູຈາກ ໂຣດຣີ ນາທີໆ 39, ຟາບຽນ ຣຸສຊ໌ ນາທີໆ 51, ນິໂກ້ ວິລລຽມສ໌ ນາທີໆ 75 ແລະ ດານີ ໂອລໂນ ນາທີໆ 83 ໂດຍໃນນັ້ນເປັນການແອສຊິສຈາກ ລາມືນ ມາລ 1 ຄັ້ງ ແລະ ນິໂກ ວິລລຽມສ໌ 1 ຄັ້ງ.

ຫຼັງຈົບການແຂ່ງຂັນເຮັດໃຫ້ ລາມີນ ຢາມາລ ອາຍຸ 16 ປີສ້າງສິຖິຕິການແຊັສອິສໃນລາຍການນີ້ໄດ້ 2 ຄັ້ງ ແລະ ກາຍເປັນນັກເຕະທີ່ອາຍຸຕໍ່າກວ່າ 21 ປີທີ່ສ້າງສັນໂອກາດໃນການແຂ່ງຂັນໄດ້ເຖິງ 6 ຄັ້ງຕໍ່ນັດ ໃນລາຍການນີ້ທຽບເທົ່າກັບສະຖິຕິຂອງ ເຊສ ອາເບຣກັສ ທີ່ສ້າງສັນໂອກາດໄດ້ເຖິງ 6 ຄັ້ງເຊັ່ນກັນໃນນັດທີ່ພາ ແອັດສະປາຍ ພົບກັບ ຣັດເຊຍ ເມື່ອປີ 2008.

ສໍາລັບ ປັດຈຸບັນໄດ້ມາແລ້ວ 4 ທີມເຂົ້າຮອບ 8 ທີມສຸດທ້າຍໃນການແຂ່ງຂັນບານເຕະ ຢູໂຣ 2024 ຄື:
-ທີມຊາດແອັດສະປາຍ ພົບ ເຢຍລະມັນ ໃນເວລາ 22:59 ໂມງຂອງວັນທີ 5 ກໍລະກົດ 2024.
-ທີມຊາດອັງກິດ ພົບ ສະວິດ ໃນເວລາ 22:59 ໂມງຂອງວັນທີ 6 ກໍລະກົດ 2024.