ຜົນການລົງຄະແນນສຽງ ຂອງສະພາແຫ່ງຊາດ ຮັບຮອງ ເອົາ 13 ຮ່າງກົດໝາຍ

52

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ໄດ້ຖະແຫຼງ ກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ ທີ່ຈະຄົ້ນຄວ້າ ແລະ ພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ຫໍສະພາແຫ່ງຊາດ ຄັ້ງວັນທີ 1 ກໍລະກົດ 2024.

ທ່ານ ຈະເລີນ ເຢຍປາວເຮີ ຖະແຫຼງບາງຕອນວ່າ: ກອງປະຊຸມໄດ້ສຸມໃສ່ພິຈາລະນາປະກອບຄວາມເຫັນໃສ່ເນື້ອໃນແຕ່ລະຮ່າງກົດໝາຍ ຢ່າງລະອຽດຖີ່ຖ້ວນ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບແຕ່ລະຮ່າງກົດໝາຍ ໄດ້ປັບປຸງຮ່າງກົດໝາຍ ຕາມຄໍາເຫັນຂອງບັນດາທ່ານສະ ມາຊິກສະພາແຫ່ງຊາດແລ້ວ ໃນວັນທີ 28 ມິຖຸນາ ແລະ ວັນທີ 1 ກໍລະກົດ 2024 ຄະນະຮັບຜິດຊອບ ກໍໄດ້ລາຍງານຜົນການປັບປຸງຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ. ຫຼັງຈາກນັ້ນ, ກໍລົງຄະ ແນນສຽງຮັບຮອງເອົາແຕ່ລະກົດໝາຍ ດ້ວຍການເຫັນດີເປັນສຽງສ່ວນຫຼາຍ. ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 11 ສະບັບ ຊຶ່ງມີລາຍລະອຽດ ດັ່ງນີ້:

ກົດໝາຍສ້າງໃໝ່ ມີ 2 ສະບັບ:
1) ກົດໝາຍວ່າດ້ວຍສະຫະກອນ ຊຶ່ງແມ່ນກະຊວງກະສິກໍາ ແລະ ປ່າໄມ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 90,2 %;
2) ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຊຶ່ງແມ່ນກະຊວງສາທາລະນະສຸກ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 97,16 %.

ກົດໝາຍປັບປຸງ ມີ 11 ສະບັບ:
1) ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຊຶ່ງແມ່ນອົງການກວດກາແຫ່ງລັດ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 93,18 %;
2) ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຊຶ່ງແມ່ນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 98,58 %;
3) ກົດໝາຍວ່າດ້ວຍສະພາແຫ່ງຊາດ ຊຶ່ງແມ່ນຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 92,36 %;
4) ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ຊຶ່ງແມ່ນຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 92,36 %;
5) ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ຊຶ່ງແມ່ນຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 97,9 %;
6) ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ຊຶ່ງແມ່ນກະຊວງສາທາລະນະສຸກ ເປັນຜູ້ສະເໜີ; ໄດ້ຮັບຄະ ແນນສຽງເຫັນດີ 98,59 %;
7) ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຊຶ່ງແມ່ນກະຊວງການເງິນ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 92, 25 %;
8) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ (ສະບັບປັບປຸ) ຊຶ່ງແມ່ນກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ສະເໜີ; ໄດ້ຮັບຄະ ແນນສຽງເຫັນດີ 95,8 %;
9) ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຊຶ່ງແມ່ນກະຊວງແຜນການ ແລະ ການລົງທຶນ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 84,5 %;
10) ກົດໝາຍວ່າດ້ວຍການທ່ອງທ່ຽວ ຊຶ່ງແມ່ນກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 95,23 %;
11) ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງແມ່ນທະນະຄານແຫ່ງ ສປປ ລາວ ເປັນຜູ້ສະເໜີ; ໄດ້ຮັບຄະແນນສຽງເຫັນດີ 96,71 %.


ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບນີ້ ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025, ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍເຫຼົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາແລ້ວກໍຕາມກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ສົມທົບກັບບັນດາກໍາມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ, ຮຽບຮຽງໃຫ້ສໍາເລັດສົມບູນ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາ ອອກລັດຖະດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້.
ເພື່ອຮັບປະກັນໃຫ້ບັນດາກົດໝາຍທີ່ໄດ້ຮັບຮອງໄປແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງຂອງສັງຄົມ, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ບັນດາ ກະຊວງ, ອົງການ, ເຈົ້າໜ້າທີ່, ພະນັກງານ ຂອງລັດ, ລັດວິສາຫະກິດ, ບໍລິສັດເອກະຊົນ ຕະຫຼອດຮອດທຸກຊັ້ນຄົນໃນສັງຄົມ ຈົ່ງເອົາໃຈໃສ່ ຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຂອງກົດໝາຍ, ເຂົ້າຮ່ວມການຈັດຕັ້ງປະຕິບັດບັນດາກົດໝາຍເຫຼົ່ານັ້ນ ໃຫ້ເກີດມີໝາກຜົນເປັນຈິງ, ຫັນເປັນສະຕິ ແລະ ແບບແຜນດໍາລົງຊີວິດຂອງແຕ່ລະຄົນ, ຄອບຄົວ, ການຈັດຕັ້ງ, ຫົວໜ່ວຍວິສາຫະກິດ ທັງພາກລັດ ແລະ ເອກະຊົນ.