ຢູ 16 ລາວ ໂອກາດໄປຕໍ່ຮິບຮີ່ ລຸ້ນໃຫ້ອັນດັບ 2 ກຸ່ມ B ກັບ C ຄະແນນບໍ່ຮອດ 6 ເພື່ອໄປຕໍ່ ແຕ່ໂອກາດເປັນໄປໄດ້ຍາກ

46

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ລົງສະໜາມນັດທີ 3 ເສຍໃຫ້ກັບ ເຈົ້າພາບ ອິນໂດນເຊຍ ໄປຂາດລອຍ 1-6 ເມື່ອວັນທີ 27 ມິຖຸນາ 2024 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2024 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ເຮັດໃຫ້ ຢູ 16 ລາວ ຍັງມີ 6 ຄະແນນຄືເກົ່າ ແລະ ໂອກາດຕົກຮອບມີສູງ.
ເຫດຜົນທີ່ ທີມຊາດລາວ ມີໂອກາດຕົກຮອບສູງເນື່ອງຈາກ ປັດຈຸບັນ ກຸ່ມ B ຫວຽດນາມ ແລະ ກໍາປູເຈຍ ມີ 4 ຄະແນນ ແລະ ມຽນມາ ມີ 3 ຄະແນນ ຖ້າຫາກ 2 ໃນ 3 ທີມນີ້ເກັບໄຊຊະນະນັດສຸດທ້າຍໄດ້ກໍຈະມີຄະແນນດີກວ່າ ທີມຊາດລາວ ທີ່ມີພຽງ 6 ຄະແນນ ແລະ ປະຕູໄດ້ເສຍ ຕິດລົບ ເຊິ່ງການລຸ້ນອັນດັບ 2 ທີ່ດີທີ່ສຸດແມ່ນລໍາບາກ ລວມເຖິງລຸ້ນເບິ່ງກຸ່ມ C ໄທ ກັບ ອົດສະຕຣາລີ ມີ 4 ຄະແນນເທົ່າກັບ ແລະ ມາເລເຊຍມີ 3 ຄະແນນ ຖ້າຫາກ 2 ໃນ 3 ທີມເກັບໄຊຊະນະໄດ້ແມ່ນຈົບ.

ສໍາລັບເງື່ອນໄຂ ທີມຊາດລາວ ເຂົ້າຮອບຄື:
1.ກຸ່ມ B ຫວຽດນາມ ສະເໝີ ມຽນມາ ແລະ ກຸ່ມ C ໄທ ສະເໝີ ມາເລເຊຍ
2.ກຸ່ມ B ຫວຽດນາມ ພົບ ມຽນມາ ຖ້າມີທີມຊະນະ ຕ້ອງລຸ້ນໃຫ້ ກໍາປູເຈຍ ສະເໝີ ບຣູໄນ ຫຼື ບຣູໄນ ຊະນະ ແລະ ກຸ່ມ C ໄທ ພົບ ມາເລເຊຍ ຖ້າມີທີມຊະນະຕ້ອງລຸ້ນໃຫ້ ຕີມໍ ສະເໝີ ອົດຕຣາລີ ຫຼື ຕີມໍ ຊະນະ. ( ແຕ່ກະເປັນເລື່ອງທີ່ເປັນໄປໄດ້ຍາກ )

ສໍາລັບ ຢູ 16 ລາວ ລົງແຂ່ງຂັນຄົບ 3 ນັດມີ 6 ຄະແນນຢູ່ອັນດັບທີ 2 ຂອງກຸ່ມ A, ສ່ວນ ອິນໂດເນເຊຍ ເປັນທີມທໍາອິດຜ່ານໄປລໍຖ້າໃນຮອບ 4 ທີມສຸດທ້າຍ, ສ່ວນຕາຕະລາງນັດສຸດທ້າຍຂອງກຸ່ມ B ແລະ C ມີດັ່ງນີ້:
-ກຸ່ມ B ແຂ່ງຂັນວັນທີ 28 ມິຖຸນາ 2024 ເວລາ 15:00 ໂມງທັງ 2 ຄູ່ ຫວຽດນາມ ພົບ ມຽນມາ ແລະ ກໍາປູເຈຍ ພົບ ບຣູໄນ
-ກຸ່ມ C ແຂ່ງຂັນວັນທີ 29 ມິຖຸນາ 2024 ເວລາ 15:00 ໂມງທັງ 2 ຄູ່ ໄທ ພົບ ມາເລເຊຍ ແລະ ຕີມໍ ພົບ ອົດສະຕຣາລີ.
ສໍາລັບ ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ.
ຂ່າວ: Larh Creators; ຮູບຈາກ: ສຕລ