ແນະນໍາ ເມລິນດາ ບຸນພະຈັນ ຜູ້ເຂົ້າປະກວດນາງສາວຜ້າໄຫມລາວ 2024 ຮອບ 25 ຄົນສຸດທ້າຍ

20

ເປັນອີກໜຶ່ງນ້ອງທີ່ມີຄວາມສາມາດກັບ ນ້ອງ M19 ເມລິນດາ ບຸນພະຈັນ ທີ່ສາມາດເຂົ້າຮອບ 25 ຄົນສຸດທ້າຍໃນເວທີປະກວດ ສາວຜ້າໄຫມລາວ 2024 ມາໃນຕີມຊຸດຫລວງພະບາງ ໂດຍວິທີການໂຫວດ ສະແກນໂຄສ ໃສ່ລາຍລະອຽດ M…ແລະ ຊື່ ຜູ້ເຂົ້າປະກວດ ຖືວ່າສຳເລັດ, ໂຫວດ 1 ຄະແນນ ເທົ່າກັບ 1,000 ກີບ ໂຫວດຈັກຄະແນນກໍ່ໄດ້ ແລະ ຮ່ວມໂຫວດຕັ້ງແຕ່ມື້ນີ້ຈົນ ເຖິງ ວັນທີ 6 ກໍລະກົດ 2024 ເວລາ 00:00ໂມງ

ເມລິນດາ ບຸນພະຈັນ ເປີດເຜີຍວ່າ: ເສັ້ນທາງນາງງາມທີ່ນ້ອງຄິດວ່າງ່າຍແຕ່ບໍ່ງ່າຍດັ່ງທີຄິດ, ຄວາມກົດດັນ, ຜິດຫວັງ ແຕ່ບໍ່ເຄີຍ ຫຍໍ້ທໍ້ກາຍເປັນແຮງຜັກດັນ ເຖິງບໍ່ແມ່ນເວທີທຳອິດ ແຕ່ເມມີຄວາມຕັ້ງໃຈຫລາຍ ນ້ອງຄິດວ່າມີຫລາກຫລາຍຢ່າງທີ່ນ້ອງຕ້ອງໄດ້ຝຶກຊ້ອມແລະປັບປຸງ ເລີ່ມຈາກການຮຽນບຸກຄະລິກ, ຝຶກຊ້ອມກັບກອງປະກວດ ຕ່າງໆ ,ຮຽນເປຍໂນ, ຝືກຝົນທັກສະການເວົ້າເປັນພິທີກອນ ,ພັດທະນາທັກສະພາສາອັງກິດ ,ເພື່ອຕຽມຄວາມພ້ອມທີ່ສຸດໃຫ້ສົມກັບທີ່ ທາງເວທີໄດ້ໃຫ້ໂອກາດນ້ອງໄດ້ເຂົ້າຮອບ 25 ຄົນການເຂົ້າມາປະກວດໃນເວທີນາງສາວຜ້າໄຫມລາວ2024 ທີ່ເປັນເວທີແຫ່ງວັດທະນະທໍາ ອະນຸລັກຮັກສາຜ້າໄຫມລາວ&ການນຸ່ງຖືທີ່ມີຄວາມເປັນເອກະລັກ ເປັນການເລີ່ມຕົ້ນໃຫ່ມຂອງນ້ອງໃນຕອນນີ້ ແລະ ນ້ອງກໍມີຄວາມຝັນ,ເປົ້າຫມາຍອັນສູງສຸດທີ່ຢາກບັນລຸໃຫ້ໄດ້

ສຸດທ້າຍນີ້ ນ້ອງຈະພະຍາຍາມຝືກຝົນຫລໍ່ຫລອມຕົນເອງ ນຳເອົາຄຳຕຳນິຕິຊົມ ເພື່ອມາປັບປຸງ&ພັດທະນາໃຫ້ເປັນໂຕເອງເວີຊັ້ນທີ່ດີຂຶ້ນ ຝາກທຸກຄົນເຊຍແລະເປັນກໍາລັງໃຈໃຫ້ຫມາຍເລກM19 ເມລິນດາ ບຸນພະຈັນແນ່ເດີ້ຂໍຂອບໃຈ #ນາງສາວຜ້າໄຫມລາວ2024