ວິລະສັກ ກາຍເປັນຮີ່ໂຣຄວ້າຫຼຽນຄໍາທໍາອິດໃຫ້ກັບ ທີບນັກກີລາລາວ ໃນງານກີລາ ມ.ອາຊຽນ 2024

93

ວິລະສັກ ລາດສະວົງ ນັກກີລາເປຕັງນັກສຶກສາລາວ ສ້າງຜົນງານໄດ້ໂດດເດັ່ນສົມສັກສີ ສາມາດຄວ້າຫຼຽນຄຳທໍາອິດໃຫ້ທັບນັັກກີລາ ມະຫາວິທະຍາໄລລາວ ປະເພດຊຸດຕິງຊາຍ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ ເມື່ອວັນທີ 26 ມິຖຸນາ 2024.

ປະເພດຊຸດຕິງຊາຍມີ 11 ຄົນ ຈາກ 6 ຊາດອາຊຽນ ຄື: ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ ແລະ ກຳປູເຈຍ ປະກົດວ່າ: ຮອບທໍາອິດ ວິລະສັກ ລາດສະວົງ ສາມາດຕີເກັບຄະແນນໄດ້ 47 ຄະແນນ ຜ່ານເຂົ້າໄປຮອບທີ 2 (ຮອບ 8 ທີມ) ໂດຍໄປພົບກັບ ພິວັດ ໂພທິປັນຍາ ທີ່ເປັນນັກກີລາທີມຊາດລາວອີກຄົນໜຶ່ງທີ່ຜ່ານເຂົ້າຮອບມາ (ພົບກັນເອງ) ແລະ ເປັນຝ່າຍ ວິລະສັກ ລາດສະວົງ ທີ່ເອົາຊະນະໄປ 35-30 ຄະແນນ ໄດ້ຜ່ານເຂົ້າໄປຮອງຊະນະເລີດ (ຮອບ 4 ທີມ) ພົບກັບນັກກີລາຈາກປະເທດມາເລເຊຍ ແລະ ກໍເປັນ ວິລະສັກ ທີ່ສາມາດເອົາຊະນະໄປແບບສະບາຍ 53-27 ຄະແນນ ຜ່ານເຂົ້າໄປຊີງຫຼຽນຄໍາກັບ ພູມັນນາ ຈາກປະເທດໄທ ຊຶ່ງໃນຮອບນີ້ ເຫັນໄດ້ວ່າ ວິລະສັກ ອາໃສຄວາມທຸ່ນ ມີສະມາທິດີ ສົ່ງຜົນໃຫ້ຕີບໍ່ພາດ ເກັບຄະແນນໄປເລື້ອຍໆ ຈົນເຮັດໃຫ້ນັກກິລາໄທໃຈທໍ້ ຕີພາດເອງ ແລະ ໃນທີ່ສຸດ ວິລະສັກ ລາດສະວົງ ສາມາດເກັບໄຊເໜືອນັກກິລາໄທ 36-26 ຄະແນນ ຄວ້າຫຼຽນຄໍາໄປຄອງໄດ້ສໍາເລັດ ແລະ ເປັນຫຼຽນຄໍາທຳອິດຂອງທັບນັກກີລາ ມະຫາວິທະຍາໄລລາວ.

ນອກນັ້ນ, ໃນວັນດຽວກັນຍັງມີການແຂ່ງຂັນ ປະເພດດ່ຽວຍິງ ນາງ ຈິນດາວອນ ສີສະຫວັດ ຈາກທັບນັກກີລາມະຫາວິທະຍາໄລລາວ ກໍສ້າງຜົນງານໄດ້ດີ ຜ່ານເຂົ້າໄປໃນຮອບສອງ (ຮອບ 8 ທີມ) ພົບກັບນັກກິລາຈາກມາເລເຊຍ ແລະ ກໍເປັນ ຈິນດາວອນ ທີ່ສາມາດເອົາຊະນະໄປ 13-8 ຄະແນນ ຜ່ານເຂົ້າໄປຫຼິ້ນໃນຮອບ 4 ທີມ ພົບກັບນັກກິລາຈາກໄທ ແຕ່ ຈິນດາວອນ ພາດທ່າເສຍ 10-13 ຄະແນນ ສົ່ງຜົນໃຫ້ໄດ້ໄປຊີງຫຼຽນທອງກັບນັກກິລາຈາກກໍາປູເຈຍ ແລະ ຈິນດາວອນ ສີສະຫວັດ ກໍສາມາດເຮັດສໍາເລັດ ເອົາຊະນະໄປ 13-11 ຄະແນນ ຄວ້າຫຼຽນທອງມາຄອງເປັນຫຼຽນທໍາອິດຂອງທັບນັກກິລາ ມະຫາວິທະຍາໄລລາວ ເຊັນກັນ.
ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 1 ຫຼຽນຄຳ ແລະ 1 ຫຼຽນທອງ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ ຊຶ່ງທີມເປຕັງລາວ ຍັງມີໂອກາດລຸ້ນຫຼຽນອີກຫຼາຍລາຍການມາເປັນຂອງຂວັນໃຫ້ແກ່ປະເທດຊາດ.
ຂ່າວ-ຮູບໂດຍ: ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ