ໄປເບິ່ງທັດສະນະຂອງ ຊູໂຊ້ ຮົ່ມໂພໄຊ ໜຶ່ງໃນຕົວເຕັງຜູ້ເຂົ້າປະກວດ Mister Universe Laos 2024

27

ເບິ່ງບຸກຄະລິກ ແລະ ຄວາມສາມາດຕ້ອງຍົກໃຫ້ ຊູໂຊ້ ຮົ່ມໂພໄຊ ແກ້ວປັນຍາ ເປັນໜຶ່ງໃນຜູ້ເຂົ້າປະກວດ Mister Universe Laos 2024 ຜູ້ມີຄວາມຝັນອັນໝັ້ນແກ່ນ ທີ່ຢາກຈະເປັນຕົວແທນປະເທດລາວໃນການປະກວດ ໃນເວທີສາກົນ ຢາກເປັນ Mister Universe Laos 2024.

ຊູໂຊ້ ຮົ່ມໂພໄຊ ແກ້ວປັນຍາ ໃຫ້ທັດສະນະອັນແຮງກ້າໃນການເຂົ້າປະກວດໃນເວທີນີ້ວ່າ: ເມື່ອເຮົາຕັດສິນໃຈ ທີ່ຈະລົງມືເຮັດສິ່ງໃດສິ່ງໜຶ່ງແລ້ວ, ໜຶ່ງສິ່ງທີ່ເຮົາຄໍານຶງຄື “ ຄວາມພາກພູມໃຈ ” ທີ່ຄັ້ງໜຶ່ງຄົນທໍາມະດາຄືເຮົາ ໄດ້ຕັດສິນໃຈລົງມືເຮັດສິ່ງທີ່ເຮົາຄິດວ່າ ຊີວິດນີ້ມັນເປັນໄປບໍ່ໄດ້! ບາດກ້າວທຸກຄົນທີ່ອອກບ້ານເພື່ອຕາມຫາຄວາມຝັນແຕ່ລະຄົນບໍ່ຄືກັນ ບາງຄົນອາດຈະຍ່າງ , ແລ່ນ ຫຼື ຂີ່ລົດ ແຕ່ມີເປົ້າໝາຍດຽວກັນບໍ່ວ່າຈະຊ້າ ຫຼື ໄວ ຈັ່ງໃດກໍຕ້ອງຮອດ, ຄວາມສຸກ ຄວາມພູມໃຈໃນໂຕເອງນີ້ແຫລະ ຈະເຮັດໃຫ້ເຮົາຮູ້ສຶກພ້ອມ ແລະ ພໍໃຈໃນໂຕເອງທຸກໆມື້.

ກໍຕ້ອງຂໍເອົາໃຈຊ່ວຍເຊຍໃຫ້ກັບ ຊູໂຊ້ ຮົ່ມໂພໄຊ ແກ້ວປັນຍາ ຝັນໃຫ້ໄກໄປໃຫ້ເຖິງ ເລີ່ມຈາກມົງ Mister Universe Laos 2024