ແພຣວາ ພິລາພັນເດຊ ນັກຢິມນາສຕິກລາວ ຄົນທໍາອິດໄດ້ສິດໄປແຂ່ງຂັນ ໂອແລມປິກ 2024

63

ກາຍເປັນເລື່ອງທີ່ຮືຮາທີ່ສຸດໃນວົງການກີລາລາວ ສໍາລັບການທີ່ຈະໄດ້ເຫັນນັກກີລາລາວ ທີ່ໄດ້ສິດໄປແຂ່ງຂັນໃນງານມະຫາກໍາກີລາລະດັບ ໂອແລມປິກ 2024 ທີ່ນະຄອນຫຼວງປາຣີສ ປະເທດຝຣັ່ງ ລະຫວ່າງ 8-10 ສິງຫາ 2024 ໄດ້ສິດແບບເຕັມຕົວເມື່ອ ສະຫະພັນຢິມນາສຕິກແຫ່ງຊາວລາວ ໄດ້ປະກາດຂ່າວດີເມື່ອບໍ່ດົນນີ້ວ່າ: ສະຫະພັນຍິມນາສຕິກໂລກ ໄດ້ປະກາດລາຍຊື່ຜູ້ມີສິດເຂົ້າຮ່ວມການແຂ່ງຂັນໃນແຂ່ງຂັນງານດັ່ງກ່າວປາກົດວ່າ: ແພຣວາ ມິຊາໂຕ ພິລາພັນເດຊ ນັກກີລາຢິມນາສຕິກປະເພດລີລາ ໄດ້ສິດເຂົ້າຮ່ວມການແຂ່ງຂັນງານດັ່ງກ່າວຢ່າງເປັນທາງການ.

ເຊິ່ງຖືວ່າເປັນຄັ້ງປະຫວັດສາດຂອງນັກກີລາລາວ ທີ່ໄດ້ສິດໄປແຂ່ງຂັນໂອແລມປິກ ເພາະທີ່ຜ່ານມາແມ່ນຈະມີພຽງກີລາແລ່ນ-ລານ ແລະ ລອຍນໍ້າລາວ ທີ່ໄດ້ໄປເພາະເປັນກີລາບັງຄັບທີ່ຕ້ອງໄດ້ເຂົ້າຮ່ວມທົດສອບສະຖິຕິ ແຂ່ງຂັນໃນໂອແລມປິກ ແຕ່ ແພຣວາ ໄດ້ສິດຄັ້ງນີ້ຍ້ອນຄວາມມຸ່ງໝັ້ນເຂົ້າຮ່ວມແຂ່ງຂັນທັງໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນລາຍການຊີງແຊັມໂລກ ໃນປີ 2023 ທີ່ສາມາດສາມາດເກັບຄະແນນສະສົມ ຈົນໃນທີ່ສຸດ ສະຫະພັນ. ໄປແຂ່ງຂັນໃນໂອແລມປິກ 2024 ຮອບສຸດທ້າຍ ໂດຍທີ່ບໍ່ຕ້ອງຄັດເລືອກ.

ຫຼ້າສຸດວັນທີ 7 ກໍລະກົດ 2024 ທີມຂ່າວພວກເຮົາໄດ້ຕິດຕໍ່ຫາ ແພຣວາ ໂດຍນ້ອງເປີດວ່າກັບທີມງານພວກເຮົາວ່າ: ນ້ອງພູມໃຈຫຼາຍທີ່ໄດ້ຮັບກຽດເປັນຕົວແທນທີມຊາດລາວ ເຂົ້າຮ່ວໃນທຸກໆລາຍການທີ່ຜ່ານມາ ທັງໃນການແຂ່ງຂັນລະດັບອາຊຽນ, ອາຊີ ແລະ ລະດັບໂລກທີ່ຜ່ານມາ ຂ້ອຍພະຍາຍາມເຮັດໃຫ້ດີີທີ່ສຸດໃນທຸກໂອກາດທີ່ໄດ້ລົງແຂ່ງຂັນ.

ສໍາລັບ ແພຣວາ ມິຊາໂຕະ ພິລາພັນເດຊ ເປັນນັກກີລາ 3 ເຊື້ອສາຍເລີຍກໍວ່າໄດ້ຄື ລາວ, ໄທ ແລະ ຍີ່ປຸ່ນ ເນື່ອງຈາກພໍ່ແມ່ນມີເຊື້ອສາຍລາວ-ຍີ່ປຸ່ນ ແລະ ແມ່ແມ່ນໄທ ເຊິ່ງ ແພຣວາ ແມ່ນຖືສັນຊາດລາວ ເລີ່ມຫຼິ້ນກີລາຢິມນາສຕິກລີລາ ຕັ້ງແຕ່ອາຍຸ 8 ປີ ດ້ວຍຄວາມຮັກມັກ ແລະ ມີພອນສະຫວັນແຕ່ນ້ອຍ ໂດຍມີພໍ່ແມ່ ໃຫ້ການສະໜັບສະໜູນ, ສ່ວນດ້ານການສຶກສາສະໄໝສາມັນແມ່ນຮຽນຢູ່ໂຮງຮຽນນາໆຊາດ Singapore International School of Bangkok ໃນປະເທດໄທ ແລະ ປັດຈຸບັນຮຽນຢູ່ ມະຫາວິທະຍາໄລ Kokushikan University ປະເທດໄທ ໃນປີທີ 1.

ໂດຍສິ່ງທີ່ເຮັດໃຫ້ຊາວລາວ ຮູ້ຈັກກັບ ແພຣວາ ແມ່ນໃນປີ 2021 ແພຣວາເລີ່ມມີບົດບາດ ໃນການເປັນຕົວແທນໃຫ້ກັບ ທີມຊາດລາວ ຄັ້ງທໍາອິດໃນການລົງແຂ່ງຂັນຊີເກມ 2021 ທີ່ປະເທດຫວຽດນາມ ດ້ວຍອາຍຸພຽງ 16 ປີ, ຈາກນັ້ນກໍເລີ່ມເຂົ້າຮ່ວມການແຂ່ງຂັນແບບຖີ່ຂຶ້ນເປັນຕົ້ນແມ່ນເຂົ້າຮ່ວມການແຂ່ງຂັນຊີງແຊັມອາຊີ 2023 ສາມາດຄວ້າອັນດັບທີ 21 ແລະ ກາຍເປັນນັກຢິມນາສຕິກຄົນທໍາອິດຂອງ ລາວ ໄດ້ເຂົ້າຮ່ວມການແຂ່ງຂັນລາຍການຊີງແຊັມໂລກ 2023 ດ້ວຍການຄວ້າອັນດັບທີ 77.
ຂ່າວ: Larh Creators; ຮູບຈາກ: Lao Gymnastics Federation