ໃກ້ຈະໄດ້ແນວໃໝ່ແລ້ວ ກຳລັງທົດສອບຄຸນນະພາບການກິນ ເພື່ອຄັດເລືອກແນວພັນ

19

ຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 2 ກໍລະກົດ 2024 ທີ່ສູນຄົ້ນຄວ້າກະສິກໍາ ແຂວງຫລວງນໍ້າທາ ທົດສອບຄຸນນະພາບການກິນເຂົ້າຈ້າວ ຈໍານວນ 6 ສາຍພັນ ຈຸດປະສົງ ເພື່ອທົດສອບສະຖຽນລະພາບຜົນຜະລິດ ແລະ ຄັດເລືອກເອົາສາຍພັນເຂົ້າຈ້າວທີ່ດີເດັ່ນ ສາມາດໃຫ້ຜົນຜະລິດສູງ, ມີຄຸນນະພາບການກິນດີ, ພ້ອມທັງປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ທົນທານຕໍ່ພະຍາດແມງໄມ້-ສັດຕູພືດ ໃນຫລາຍຂອບເຂດພື້ນທີ່ ທັງນີ້ກໍເພື່ອຄັດເລືອກເອົາແນວພັນທີ່ດີເດັ່ນ ໄປຂຶ້ນທະບຽນເປັນແນວພັນເຂົ້າໃໝ່ .

May be an image of 2 people, dais and text

ການທົດສອບການຊິມຄຸນນະພາບແນວພັນໃໝ່ ຈັດຂຶ້ນໂດຍການເປັນປະທານຂອງທ່ານ ປະດິດ ຈັນທະນຸວົງ ຫົວໜ້າສູນຄົ້ນຄວ້າກະສິກໍາ ແຂວງຫລວງນໍ້າທາ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບໍລິສັດ ແລະ ພະນັກງານ-ລັດຖະກອນຂອງສູນເຂົ້າຮ່ວມ.

May be an image of 10 people, people studying, table, dais and text
ສຳລັບແນວພັນເຂົ້າໃໝ່ນີ້ແມ່ນໄດ້ມີການຈັດຕັ້ງປະຕິບັດ ທົດລອງປຽບທຽບສາຍພັນເຂົ້າຈ້າວ ຈໍານວນ 6 ສາຍພັນ ໃນ 3 ລະດູການ ສົກປີ 2023-2024 ສູນຄົ້ນຄວ້າກະສິກໍາ ຫລວງນໍ້າທາ ໄດ້ລົງມືຈັດຕັ້ງປະຕິບັດ ທົດລອງແນວພັນເຂົ້າຈ້າວ ຄັ້ງທຳອິດໃນລະດູແລ້ງ ສົກປີ 2022-2023 ແລະ ສືບຕໍ່ທົດລອງລະດູຝົນ 2023 ແລະ ລະດູແລ້ງ 2024 ຖືວ່າເປັນການທົດລອງໃນ 3 ລະດູການ. ການທົດລອງໃນຄັ້ງນີ້ ແມ່ນເຮັດຢູ່ໃນສະຖານທີ່ຂອງສູນ ເພື່ອຈະຄັດເລືອກເອົາແນວພັນເຂົ້າໃຫ້ໄດ້ 2 ສາຍພັນ ເພື່ອໄປຂຶ້ນທະບຽນໃໝ່ ແລະ ເປັນແນວພັນ ເພື່ອສົ່ງເສີມກະສິກອນໃນຕໍ່ໜ້າ.

ຈາກຜົນການທົດລອງສາຍພັນເຂົ້າຈ້າວ ຈໍານວນ 6 ສາຍພັນ ເຫັນວ່າມີຫລາຍສາຍພັນ ທີ່ໃຫ້ຜົນຜະລິດທີ່ແຕກຕ່າງກັນ ເປັນຕົ້ນ ສາຍພັນ V1 ຜົນຜະລິດໄດ້ 6.193 ກິໂລ/ເຮັກຕາ ມີອາຍຸ 128 ມື້; ສາຍພັນ V2 ຜົນຜະລິດໄດ້ 6.154 ກິໂລ/ເຮັກຕາ ມີອາຍຸ 125 ມື້; ສາຍພັນ V3 ເນື່ອງຜົນຜະລິດໄດ້ 5.521 ກິໂລ/ເຮັກຕາ ມີອາຍຸ 125 ມື້; ສ່ວນສາຍພັນ V4 ຜົນຜະລິດໄດ້ 4.476 ກິໂລ/ເຮັກຕາ ມີອາຍຸ 146 ມື້; ສາຍພັນ V5 ຜົນຜະລິດໄດ້ 2.831 ກິໂລ/ເຮັກຕາ ມີອາຍຸ 146 ມື້ ແລະ ສາຍພັນ V6 (ເຂົ້າຈ້າວມຽນມາ) ຜົນຜະລິດໄດ້ 4.896 ກິໂລ/ເຮັກຕາ ມີອາຍຸ 133 ມື້.

May be an image of 8 people and text

ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ກ່ຽວກັບການຄົ້ນຄວ້າທົດລອງແນວພັນເຂົ້າຈ້າວ ໂດຍໃຫ້ມີການຄົ້ນຄວ້າທົດລອງຫລາຍຮູບແບບ, ຫລາຍພື້ນທີ່ ທີ່ແຕກຕ່າງກັນ, ມີການປຽບທຽບຜົນໄດ້ ຜົນເສຍ ແລະ ຄຸນນະພາບຂອງຜົນຜະລິດ ສາມາດຄົ້ນຄວ້າໄດ້ແນວພັນເຂົ້າ ທີ່ໃຫ້ຜົນຜະລິດສູງ, ຄຸນນະພາບການກິນດີ, ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ທົນທານຕໍ່ພະຍາດແມງໄມ້ສັດຕູພືດ ທັງນີ້ກໍເພື່ອຮັບປະກັນສະບຽງອາຫານ ໃຫ້ມີຄວາມໝັ້ນຄົງ ເພື່ອຜະລິດເປັນສິນຄ້າໃນອະນາຄົດ.

May be an image of text
ໂອກາດນີ້, ຜູ້ເຂົ້າຮ່ວມ ຍັງໄດ້ລອງຊິມເຂົ້າຈ້າວ ຈໍານວນ 6 ສາຍພັນ ພ້ອມທັງໃຫ້ຄະແນນ,ຜ່ານການກິນ ແລະ ລົງຄະແນນ ເຫັນວ່າ: ສາຍພັນ V3 ໄດ້ຮັບຄະແນນເປັນອັນດັບ 1 ແລະ V2 ໄດ້ອັນດັບທີ 2, ເຊິ່ງ 2 ສາຍພັນນີ້ ໄດ້ຮັບຄະແນນນິຍົມສຸງສຸດ ດັ່ງນັ້ນ, ທາງສູນຄົ້ນຄວ້າກະສິກໍາຫລວງນໍ້າທາ ຈະໄດ້ນໍາສະເໜີຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອຂຶ້ນທະບຽນເປັນຊື່ແນວພັນເຂົ້າໃໝ່.