Mister&Miss Supranational Laos 2024 ປັງສຸດຮອບ Preliminary ໃນເວທີປະກວດທີ່ປະເທດໂປໂລຍ

50

ສາຍສະພາຍທັງສອງຕົວແທນຈາກ ສປປ ລາວ ນໍາໂດຍ ຊານົນ ມະນິຜົນ Mister Supranational Laos 2024 ແລະ ຄຣິສະຕີນາ ລາຊະສິມມາ Miss Supranational Laos 2024 ລົງປະກວດໃນງານປະກວດທີ່ປະເທດໂປໂລຍ ເມື່ອຄໍ່າຄືນວັນທີ 1 ກໍລະກົດ 2024 ທັງສອງເຮັດໄດ້ດີໃນຮອບ Preliminary Competition ສາມາດຮຽກສຽງເຊຍໃນເວທີ ແລະ ນອກເວທີ ໂດຍສະເພາະຊາວລາວທັງປະເທດຕ່າງກໍຕັ້ງຕາເບິ່ງການຖ່າຍທອດສົດດ້ວຍຄວາມປະທົບໃຈ

ຮອບ Preliminary Competition ທັງສອງຕ່າງກໍສ້າງຜົນງານໄດ້ຢ່າງປະທັບໃຈ ແລະ ມີຄວາມໝັ້ນໃຈສຸດໆໄປເລີຍ ເຊິ່ງ ຊານົນ ແກ້ເສື້ອໂຊກ້າມເປັນໝັດໆ, ສ່ວນ ຄຣິສຕີນາ ໃສ່ສຸດເຊັກຊີເຫຼືອເກີນ ລາຍລະອຽດເບິ່ງຕາມຄລິບ

ຂໍເຊີນທຸກຄົນມາຮ່ວມໂຫວດໃຫ້ກັບ ຊານົນ ມະນີຜົນ ລະ ຄຣິສະຕີນາ ລາຊະສິມມາ ໃນນາມໂຕແທນປະເທດລາວ ໃນການປະກວດ Mister Supranational 2024 ທີ່ປະເທດໂປໂລຍ ໂດຍຮອບຕັດສິນຈະຈັດຂຶ້ນໃນວັນທີ 4 ກໍລະກົດ 2024 ເປັນມື້ສຸດທ້າຍ
ຮູບຈາກ: Nonh Sanonh Maniphonh ແລະ Mister Supranational