ແຕ່ງຕັ້ງທ່ານ ພົນຕີ ສົມວັນ ສາຍລ້ອງພາ ເປັນປະທານ ສະຫະພັນຍິງປືນແຫ່ງຊາດລາວ ຊຸດໃໝ່ (2024-2028)

114

ສະຫະພັນກີລາຍິງປືນແຫ່ງຊາດລາວ ປະກາດການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານ ສະຫະພັນຍິງປືນແຫ່ງຊາດລາວ ຊຸດໃໝ່ ( 2024-2028 ) ດ້ວຍການແຕ່ງຕັ້ງ ທ່ານ ພົນຕີ ສົມວັນ ສາຍລ້ອງພາ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນປະທານສະຫະພັນກີລາຍິງປືນແຫ່ງຊາດລາວ ໃນຊຸດໃໝ່ ພ້ອມດ້ວຍຮອງປະທານ, ເລຂາທິການ ແລະ ກໍາມະການອີກ 10 ກວ່າທ່ານ.

ພິທີປະກາດການຮອງຮັບເອົາການປັບປຸງກົງຈັກການຈັດຕັ້ງຄະນະບໍລິການງານຂອງ ສະຫະພັນກີລາຍິງປືນແຫ່ງຊາດລາວ ຊຸດໃໝ່ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2024 ທີ່ຫ້ອງປະຊຸມໃຫຍ່ຂອງ ສະໜາມຍິງປືນ 5 ເມສາ ບ້ານສົມສະຫງ່າ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົນຕີ ສົມວັນ ສາຍລ້ອງພາ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນປະທານສະຫະພັນກີລາຍິງປືນແຫ່ງຊາດລາວ ໃນຊຸດໃໝ່, ທ່ານ ພົນຕີ ປອ. ສົມຫວັງ ທໍາມະສິດ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນອະດີດປະທານສະຫະພັນກີລາຍິງປືນແຫ່ງຊາດລາວ ແລະ ປະທານທີ່ປຶກສາສະຫະພັນ ຊຸດໃໝ່ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ທັງເປັນຮອງ ແລະ ເລຂາທິການຄະນະກໍາມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ດຣ. ປະເສີດ ໂພທິສານ ເລຂາທິການສະຫະພັນກີລາຍິງປືນແຫ່ງຊາດລາວ ຂຶ້ນກ່າວສະຫຼຸບຜົນງານທີ່ຜ່ານມາຂອງ ສະຫະພັນຍິງປືນແຫ່ງຊາດລາວ ( 2021-2023 ) ວ່າ: ປີ 2021 ສະຫະພັນກີລາຍິງປືນແຫ່ງຊາດລາວ ໄດ້ສົ່ງນັກກີລາເຂົ້າຮ່ວມຊີເກມ ຄັ້ງທີ 31 ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ຈໍານວນ 6 ຄົນ ( ຍິງ 3 ຄົນ ) ສາມາດຍາດໄດ້ 2 ຫຼຽນທອງ; ປີ 2022 ເປັນກໍາມະການຈັດການແຂ່ງຂັນກີລາຍິງປືນໃນງານກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແລະ ປີ 2023 ເຂົ້າຮ່ວມ ເອຊຽນເກມ ທີ່ເມືອງຫາງໂຈ ສປ ຈີນ; ສ່ວນແຜນເຄື່ອນໄຫວປີ 2024 ຈະສົ່ງນັກກີລາເຂົ້າຮ່ວມ ເອຊຽນ ອິນດໍເກ ທີ່ປະເທດໄທ, ສືບຕໍ່ຄັດເລືອກນັກກີລາຍິງປືນຈາກຫຼາຍໆພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ລວມເຖິງການສົ່ງຄູຝຶກ ແລະ ກໍາມະການຕັດສິນໄປຝຶກອົບຮົມຢູ່ຕ່າງປະເທດ ເພື່ອຍົກລະດັບ ແລະ ຮຽນຮູ້ກົດລະບຽບເຕັກນິກໃໝ່ໆ ແລະ ສືບຕໍ່ປະສານສົມທົບກັບ ສະຫະພັນຍິງປືນສາກົນ, ສະຫະພັນຍິງປືນອາຊີ ແລະ ສະຫະພັນຍິງປືນອາຊຽນ ເພື່ອຕິດຕາມແຜນການແຂ່ງຂັນຕ່າງໆ ໃນເວທີສາກົນ ແລະ ພາກພື້ນ.

ຂະນະດຽວກັນ ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຈາກກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນອ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິການງານ ສະຫະພັນກີລາຍິງປືນແຫ່ງຊາດລາວ ຊຸດໃໝ່ ( 2024-2028 ) ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງແຕ່ງຕັ້ງຄະນະປະທານທີ່ປຶກສາ ສະຫະພັນກີລາຍິງປືນແຫ່ງຊາດລາວ ຊຸດໃໝ່ ( 2024-2026 ) ຄືຶ:
1.ຄະນະທີ່ປຶກສາ:
– ທ່ານ ພົນຕີ ປອ. ສົມຫວັງ ທໍາມະສິດ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນອະດີດປະທານສະຫະພັນກີລາຍິງປືນແຫ່ງຊາດລາວ ເປັນປະທານທີ່ປຶກສາ
2.ຄະນະບໍລິຫານງານສະຫະພັນກີລາຍິງປືນແຫ່ງຊາດລາວ:
1.ທ່ານ ພົນຕີ ສົມວັນ ສາຍລ້ອງພາ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນປະທານ
2.ທ່ານ ປິຊາໄຊ ແກ້ວໄຊຍະຈັກ, ປະທານ ບໍລິສັດ ບໍລິການຝຶກຊ້ອມກີລາຍິງປືນຈໍາກັດ ເປັນຮອງປະທານ

3.ທ່ານ ລໍາພຽງ ພົມມະກອງ, ຮອງຜູ້ອໍານວຍການສະໜາມຝຶກຊ້ອມກີລາຍິງປືນ 5 ເມສາ ເປັນຮອງປະທານ
4.ທ່ານ ພັອ. ແສງອໍາພອນ ພູມີເງິນ, ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທີການກອງທັບ ກະຊວງປ້ອງກັນປະເທດ ເປັນຮອງປະທານ
5.ທ່ານ ດຣ. ປະເສີດ ໂພທິສານ ເປັນເລຂາທິການ
6.ທ່ານ ນົບພະລັກ ໂພຊະນະລັກ ເປັນຮອງເລຂາທິການ
7.ທ່ານ ພຸດທະສັກ ສຸກອາລຸນ, ຜູ້ອໍານວຍການສະໜາມຝຶກຊ້ອມກີລາຍິງປືນ 5 ເມສາ ເປັນນາຍຄັງ
ນອກນັ້ນ, ກໍຍິງມີກໍາມະການ ອີກ 7 ທ່ານ, ພິເສດກໍຍັງມີການແຕ່ງຕັ້ງ ທ່ານ ພົນຕີ. ສະຫວ່າງໄຊ ສິນນະວົງ, ຫົວໜ້າປ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ເປັນຄະນະປະທານທີ່ປຶກສາ ສະຫະພັນກີລາຍິງປືນແຫ່ງຊາດລາວ ຊຸດໃໝ່ ສົກປີ 2024-2028 ອີກດ້ວຍ.

ທ້າຍພິທີ ທ່ານ ພົນຕີ ສົມວັນ ສາຍລ້ອງພາ ປະທານ ສະຫະພັນຍິງປືນແຫ່ງຊາດລາວ ຄົນໃໝ່ ໄດ້ຂຶ້ນກ່າວຮັບໜ້າທີ່ວ່າ: ຂໍຂອບໃຈການນໍາທີ່ໄວ້ວາງໃຈໃຫ້ກັບຂ້າພະເຈົ້າເຮັດໜ້າທີ່ອັນສໍາຄັນນີ້ ແນ່ນອນຄະນະບໍລິຫານງານ ສະຫະພັນກີລາຍິງປືນແຫ່ງຊາດລາວ ຊຸດໃໝ່ນີ້ ຈະຮ່ວມແຮງຮ່ວມໃຈກັນ, ສຸມໃສ່ສະຕິປັນຍາເພື່ອການພັດທະນາ ແລະ ເຮັດໃຫ້ສຸດຄວາມສາມາດໃນການສ້າງແຜນງານໃຫ້ລະອຽດ ໂດຍສະເພາະແມ່ນການສ້າງນັກກີລາແຕ່ສູນກາງລົງຮອດທ້ອງຖິ່ນ ເພາະພວກເຮົາຕ້ອງໄດ້ເລີ່ມແຕ່ນີ້ເປັນຕົ້ນໄປ ເພື່ອຊອກຫານັກກີລາໃຫ້ຫຼາຍຂຶ້ນ ແລະ ຄັດເລືອກເອົານັກກີລາທີ່ມີຄຸນນະພາບເຂົ້າຮ່ວມແຂ່ງຂັນລາຍການລະດັບພາກພື້ນ ແລະ ສາກົນ.
ຂ່າວ-ຮູບຈາກ: Larh Creators