ຖະແຫຼງຜົນສຳເລັດ ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX

57

ພາຍຫຼັງສຳເລັດກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສຳເລັດ ຂອງການດຳເນີນກອງປະຊຸດດັ່ງກ່າວ. ໃນວັນທີ 2 ກໍລະກົດ 2024 ທີ່ສະພາແຫ່ງຊາດ.


ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງວ່າ: ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ດັ່ງນີ້:
1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024;
2) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ, ແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024;
3) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນແຮ່ທາດໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ;
4) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ;
5) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈຳປີ 2022;
6) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານ ກ່ຽວກັບການເຄື່ອນ ໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX;


7) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ.
7.1 ຮ່າງກົດໝາຍສ້າງໃໝ່ 2 ສະບັບ ຄື:
(1) ຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ;
(2) ຮ່າງກົດໝາຍວ່າດ້ວຍ ສະຫະກອນ;
7.2 ກົດໝາຍປັບປຸງ 11 ສະບັບ ຄື:
(1) ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ;
(2) ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ;
(3) ກົດໝາຍວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ;
(4) ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ;
(5) ກົດໝາຍວ່າດ້ວຍ ການທ່ອງທ່ຽວ
(6) ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ;
(7) ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ;
(8) ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫລວງ;
(9) ກົດໝາຍວ່າດ້ວຍ ສະພາແຫ່ງຊາດ;
(10) ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ;
(11) ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ;
8) ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງເລືອກຕັ້ງບຸກຄະລາກອນສະພາແຫ່ງຊາດ ແລະ ສະມາຊິກລັດຖະບານຈຳນວນໜຶ່ງ.
ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ນີ້ ສະ ພາແຫ່ງຊາດໄດ້ສະເໜີໃຫ້ 16 ພາກສ່ວນ ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ຊຶ່ງກອງປະຊຸມສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບມີ ທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປລາວ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ-ປ່າໄມ້, ກະຊວງອຸດສາຫະກຳ-ການຄ້າ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ກະຊວງໂຍທາທິການແລະຂົນສົ່ງ, ກະຊວງແຮງງານສະຫວັດດີການ ແລະ ສັງຄົມ, ກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ, ອົງການກວດສອບແຫ່ງລັດ ແລະ ກະຊວງສາທາລະນະສຸກ.

ທ່ານ ກ່າວຕື່ມວ່າ: ເນື່ອງໃນໂອກາດດຽວກັນນີ້ ທ່ານປະທານກອງປະຊຸມຍັງໄດ້ ຈັດພິທີສະເຫລີມສະຫລອງ ວັນລັດຖະສະພາໂລກ ຄົບຮອບ 135 ປີ ດ້ວຍການອ່ານບົດຊົມເຊີຍຂອງປະທານສະພາແຫ່ງຊາດ ທັງເປັນປະທານລັດຖະສະພາສາກົນ ແລະ ຈັດພິທີເປີດເວບໄຊ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ(AIPA) ຄັ້ງທີ 45 ຂຶ້ນຢ່າງເປັນທາງການ ເພື່ອລາຍງານກ່ຽວກັບ ຄວາມພ້ອມ ທີ່ ສປປລາວ ເຮົາເປັນເຈົ້າພາບໃນທ້າຍປີ 2024 ນີ້.
ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳ ເນີນກອງສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນໂດຍບໍ່ເສຍຄ່າ(156) ຈຳນວນ 860 ສາຍ, ສາມາດສັງລວມເປັນ 455 ເລື່ອງ ເຊິ່ງພົວພັນເຖິງສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນບັນຫາໄພເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ, ການຄຸ້ມຄອງບໍລິຫານລັດ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມໄດ້ສັງລວມ ແລ້ວ ຈະໄດ້ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບບັນດາກະຊວງ, ພາກສ່ວນກ່ຽວຂ້ອງກໍ່ຄືອຳນາດອົງການປົກຄອງທ້ອງຖີ່ນ ເພື່ອຄົ້ນຄວ້າຊອກວິທີແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການເພື່ອຕອບສະໜອງຄວາມຄ່ອງຄອຍຂອງປະຊາຊົນລາວບັນດາ ເຜົ່າ.