ສຳເລັດກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX

174

ໃນວັນທີ 2 ກໍລະກົດ 2024 ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສຳເລັດພ້ອມປິດລົງຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ຮອງປະທານປະເທດ, ບັນດາການນຳຂັ້ນສູງ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນກ່ຽວເຂົ້າຮ່ວມ. ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.


ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກ່າວສູນທົດພົດປິດກອງປະຊຸມ ບາງຕອນວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນເລີ່ມແຕ່ ວັນທີ 10 ມິຖຸນາ 2024, ມາຮອດມື້ນີ້ ໄດ້ບັນລຸຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຕີລາຄາສູງ ທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາ ບັນຫາສຳຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຂົ້າສູ່ວຽກງານຕົວຈິງ ຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 20 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແນໃສ່ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ລັດຖະບານມີຄວາມພະຍາຍາມໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເທື່ອລະກ້າວ.


1). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024. ກອງປະຊຸມສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ວາງອອກໃນແຕ່ລະໄລຍະ ໂດຍມີການກຳນົດບັນດາມາດຕະການ, ວິທີການແກ້ໄຂບັນຫາຕ່າງໆ; ກຳນົດບັນດາຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດ, ແຕ່ງຕັ້ງຄະນະສະເພາະກິດ ແລະ ວຽກງານອື່ນໆ ຢ່າງຈິງຈັງ ເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດ ໃນ 6 ເດືອນຕົ້ນປີ 2024 ບັນລຸໄດ້ 4,7%; ການເກັບລາຍຮັບງົບປະມານແຫ່ງລັດ ມີທ່າອ່ຽງດີຂຶ້ນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂບັນຫາທີ່ສັງຄົມມີຄວາມເປັນຫວ່ງ ເປັນຕົ້ນ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າ; ເພີ່ມທະວີການສົ່ງເສີມການຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍຕິດພັນກັບອຸດສາຫະກໍາປຸງແຕ່ງ, ການຜະລິດເປັນກຸ່ມຕາມທ່າແຮງ ແລະ ຕາມແລວເສດຖະກິດ; ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ, ເພີ່ມທະວີການຄຸ້ມຄອງໂຄງການລົງທຶນຂອງພາກເອກະຊົນ ໃນການປະຕິບັດພັນທະ, ການຄຸ້ມຄອງສິ່ງແວດລ້ອມ ແລະ ການແກ້ໄຂຜົນກະທົບທາງສັງຄົມ ຕາມກົດໝາຍຢ່າງເຂັ້ມງວດ;
ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ລັດຖະບານ ໄດ້ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຜ່ານການຈັດຕັ້ງປະຕິບັດມາດຕະການທີ່ວາງອອກຈຳນວນໜຶ່ງກໍໄດ້ຮັບຜົນສຳເລັດຫຼາຍດ້ານ. ແຕ່ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າ ມີປະສິດທິຜົນສູງຂຶ້ນນັ້ນ, ສະເໜີໃຫ້ກະຊວງປ້ອງກັນຄວາມສະຫງົບ ປະສານສົມທົບກັບ ກະຊວງ, ອົງການທີ່ກ່ຽວຂ້ອງ ຄົ້ນຄວ້າການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ໂດຍຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ຄວາມຮັບຜິດຊອບຂອງທົ່ວປວງຊົນ.
2). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030. ເຖິງວ່າ ໃນໄລຍະຜ່ານມາ ລັດຖະບານ ໄດ້ມີຄວາມພະຍາຍາມ ໃນການຄຸ້ມຄອງວຽກງານແຮ່ທາດ, ນຳໃຊ້ທ່າແຮງທາງດ້ານແຮ່ທາດ ຕໍ່ການພັດທະນາເສດຖະກິດຂອງປະເທດເຮົາແຕ່ສັງຄົມຍັງເປັນຫວ່ງຫຼາຍ. ສະນັ້ນ, ກອງປະຊຸມສະເໜີໃຫ້ລັດຖະບານ ມີມາດຕະການຈັດຕັ້ງປະຕິບັດຕົວຈິງໃຫ້ຈະແຈ້ງ, ມີການຄຸ້ມຄອງ, ຕິດຕາມກວດກາໂຄງການລົງທຶນດ້ານແຮ່ທາດຢ່າງເຄັ່ງຄັດ, ເດັດຂາດຮັບປະກັນໃຫ້ລັດມີຜົນປະໂຫຍດສູງສຸດ, ມີການພັດທະນາທ້ອງຖິ່ນ ໃຫ້ດີຂຶ້ນກວ່າເກົ່າ; ສະເໜີໃຫ້ຮີບຮ້ອນກວດກາ, ປະເມີນຄືນໂຄງການລົງທຶນແຮ່ທາດ ໃນຮູບແບບປົກກະຕິ ແລະ ຮູບແບບທົດລອງ ໃຫ້ສອດຄ່ອງກັບກົດໝາຍ ແລະ ຮີບຮ້ອນແກ້ໄຂໂຄງການ ທີ່ບໍ່ມີປະສິດທິພາບ, ບໍ່ມີປະສິດທິຜົນຢ່າງທັນການ, ເດັດຂາດ ແກ້ໄຂໂຄງການທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ເອົາໃຈໃສ່ຄົ້ນຄວ້າກຳນົດໃຫ້ຊັດເຈນ ກ່ຽວກັບເຂດສະຫງວນ, ເຂດຫວງຫ້າມ, ເຂດທີ່ອະນຸຍາດໃຫ້ຂຸດຄົ້ນ ໃຫ້ຖືກຕ້ອງຕາມກົດໝາຍ, ແຜນຍຸດທະສາດການພັດທະນາແຮ່ທາດ ໃຫ້ສືບຕໍ່ຄົ້ນຄວ້າ ພິຈາລະນາແຮ່ທາດປະເພດໃດຄວນອະນຸຍາດໃຫ້ສືບຕໍ່ຂຸດຄົ້ນ, ແຮ່ທາດປະເພດໃດຄວນຍຸດເປັນຕົ້ນ ແຮ່ຫາຍາກ ແລະ ອື່ນໆ.


3). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022. ກອງປະຊຸມໄດ້ຕີລາຄາສູງ ຕໍ່ລັດຖະບານ ທີ່ໄດ້ຕັ້ງໜ້ານຳພາ-ຊີ້ນຳການຈັດຕັ້ງປະຕິບັດບັນດາຄາດໝາຍ ດັ່ງກ່າວ ເປັນຕົ້ນ 6 ຄາດໝາຍທີ່ໄດ້ລື່ນແຜນການ, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການແກ້ໄຂຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ກອງປະຊຸມສະເໜີໃຫ້ມີການແບ່ງຄວາມຮັບຜິດຊອບ, ການຕິດຕາມກວດກາ, ການປະເມີນຜົນ, ປັບປຸງກົນໄກການປະສານງານ, ການແລກປ່ຽນຂໍ້ມູນ-ຂ່າວສານຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກລະຫວ່າງກະຊວງ-ອົງການ ແລະ ລະຫວ່າງ ສູນກາງກັບທ້ອງຖິ່ນ, ການຄົ້ນຄວ້າຈັດສັນງົບປະມານ ເຂົ້າໃສ່ວຽກງານດັ່ງກ່າວໃຫ້ສາມາດເຄື່ອນໄຫວໄດ້ຢ່າງຄ່ອງຕົວ ສາມາດບັນລຸບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນເທື່ອລະກ້າວ.
4). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈຳປີ 2022. ກອງປະຊຸມຊົມເຊີຍ ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຮັບ-ລາຍຈ່າຍເພີ່ມ, ໜີ້ຕ້ອງຮັບເປັນຈຳນວນຫຼວງຫຼາຍ, ແຕ່ການເກັບກູ້ຕົວຈິງຍັງເຮັດໄດ້ໜ້ອຍຫຼາຍ, ຊັກຊ້າ ແລະ ແກ່ຍາວເວລາ ເຮັດໃຫ້ສັງຄົມ ມີຄວາມເປັນຫ່ວງ, ຂາດຄວາມເຊື່ອໝັ້ນຕໍ່ການບໍລິຫານລັດຂອງພວກເຮົາ. ກອງປະຊຸມສະເໜີໃຫ້ອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍຖືກວດສອບ ປະສານສົມທົບກັບອົງການກວດສອບແຫ່ງລັດ ວິເຄາະ-ວິໄຈ, ໄຈ້ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງຮັບ, ການຈ່າຍລ່ວງໜ້າຄັງເງິນແຫ່ງຊາດ ເປັນອັນລະອຽດ ອັນໃດສາມາດເກັບກູ້ຄືນໄດ້ ແລະ ອັນໃດທີ່ບໍ່ສາມາດເກັບກູ້ຄືນໄດ້ ຫຼື ບໍ່ມີຕົວຕົນແລ້ວ ເພື່ອລາຍງານສະພາແຫ່ງຊາດ ພິຈາລະນາ.
5). ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ນຳພາ-ຊີ້ນຳຂອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງກົງຈັກເສນາທິການຂອງສະພາແຫ່ງຊາດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ ໃນການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ບົດບາດຂອງສະພາແຫ່ງຊາດ ນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງພັກ-ລັດຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ນັບມື້ນັບກວ້າງຂວາງ.
ກອງປະຊຸມໄດ້ເນັ້ນໜັກຕື່ມຕໍ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃນແຕ່ລະໄລຍະ, ຍົກສູງຄຸນນະພາບໃນການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ, ຮ່ວມກັບລັດຖະບານ ເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມ ຢ່າງທັນການ ແລະ ນໍາເອົາຜົນສໍາເລັດ ຂອງກອງປະຊຸມສະພາແຫ່ງຊາດ ຄັ້ງນີ້ໄປເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອເຂົ້າຮ່ວມການຈັດຕັ້ງປະຕິບັດ ແລະ ສ້າງສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍໃຫ້ປະກົດຜົນເປັນຈິງ.
6). ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມ ປັບປຸງບາງເນື້ອໃນລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2015 ໂດຍກົມການເມືອງສູນກາງພັກ ໄດ້ອອກມະຕິແຕ່ງຕັ້ງຄະນະກໍາມະການລະດັບຊາດ ການປັບປຸງລັດຖະທຳມະນູນ ປີ 2015, ມີການສ້າງແຜນ ການເຄື່ອນໄຫວ, ແຜນດຳເນີນງານ, ແຜນງານ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະ; ວຽກຈຸດສຸມຂອງການປັບປຸງລັດຖະທຳມະນູນ ເພື່ອສາມາດນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕາມຄາດໝາຍ.
7). ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 13 ສະບັບ ໃນນີ້, ມີກົດໝາຍ ສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ; ຮ່າງກົດໝາຍວ່າດ້ວຍ ສະຫະກອນ; ກົດໝາຍປັບປຸງ 11 ສະບັບຄື: ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ; ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ; ກົດໝາຍວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ; ກົດໝາຍວ່າດ້ວຍ ການທ່ອງທ່ຽວ; ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ; ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ; ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ; ກົດໝາຍວ່າດ້ວຍ ສະພາແຫ່ງຊາດ; ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເຊິ່ງບັນດາທ່ານສະມາຊິກສະພາແຫ່ງຊາດໄດ້ມີການຮັບຮອງດ້ວຍຄະແນນສູງ ເຊິ່ງຈະກາຍເປັນເຄື່ອງມືໃນການຄຸ້ມຄອງລັດ, ສັງຄົມດ້ວຍກົດໝາຍໃນໄລຍະໃໝ່.


8). ກອງປະຊຸມໄດ້ຮັບຟັງການຊີ້ແຈງຂອງບັນດາສະມາຊິກລັດຖະບານ ຕໍ່ຄຳຊັກຖາມ ຂອງສະພາແຫ່ງຊາດ ໂດຍມີທ່ານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕິກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງການເງິນ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃນບັນຍາກາດຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນຊອກຫາວິທີແກ້ໄຂບັນດາສິ່ງທ້າທາຍທີ່ ສປປ ລາວ ພວມປະເຊີນໜ້າໃນປັດຈຸບັນ.
9). ກອງປະຊຸມຍັງໄດ້ຮັບຟັງຜູ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ລາຍງານຜົນການພິຈາລະນາ ແລະ ຕົກລົງຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການພິຈາລະນາ ການຍົກຍ້າຍທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງພະບາງ ຕາມຄຳສະເໜີຂອງທ່ານ ນາຍົກລັດຖະມົນຕີ; ການປັບປຸງບຸກຄະລະກອນພາຍໃນສະພາແຫ່ງຊາດ ຄື: (1) ທ່ານ ສຈ.ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ບໍ່ຄວບເປັນປະທານກຳມາທິການກົດໝາຍ, (2) ທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ ເປັນປະທານກຳມາທິການກົດໝາຍ ສະພາແຫ່ງຊາດ, (3) ທ່ານ ນາງ ທຸມມະລີ ວົງພະຈັນ ປະທານກຳມາທິການວັດທະນະທາ-ສັງຄົມ ເປັນປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ. ພ້ອມນີ້ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເອົາ ທ່ານ ບຸນຕາ ເທບພະວົງ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບເປັນກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ການແຕ່ງຕັ້ງເປັນປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ.