ທຄຕລ ເປີດການບໍລິການຊໍາລະສະສາງ UnionPay QR ຜ່ານ BCEL One

24

ຕອນແລງ ວັນທີ 27 ມິຖຸນາ 2024 ທີ່ ໂຮງແຮມ ລາວພຣາຊ່າ ນະຄອນຫຼວງວຽງຈັນ, ທຄຕລ ໄດ້ຈັດ ພິທີເປີດການບໍລິການຊຳລະສະສາງ UnionPay QR ຜ່ານ BCEL One ຢ່າງເປັນທາງການ. ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, Mr. Cai HuiMing ຜູ້ອໍານວຍການ ບໍລິສັດ UPI International ປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້, ພ້ອມດ້ວຍບັນດາແຂກ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ຄະນະພະແນກ, ສູນ ແລະ ສາຂາ ຕະຫຼອດຮອດພະນັກງານຂອງ 𝐁𝐂𝐄𝐋 ພາຍໃນນະຄອນຫຼວງວຽງຈັນ.


ໂອກາດດັ່ງກ່າວ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (𝐁𝐂𝐄𝐋), ໄດ້ໃຫ້ຮູ້ວ່າ: BCEL ແລະ UnionPay ເປັນຄູ່ຮ່ວມຍຸດທະສາດກັນ ຕັ້ງແຕ່ ປີ 2010 ເປັນຕົ້ນມາ ແລະ ໄດ້ຮ່ວມກັນພັດທະນາຫຼາກຫຼາຍຜະລິດຕະພັນເພື່ອໃຫ້ສັງຄົມໄດ້ຊົມໃຊ້, ບໍ່ວ່າຈະເປັນຜະລິດຕະພັນບັດ, ບໍລິການຮັບຊໍາລະສະສາງບັດສາກົນ, ບໍລິການຊໍາລະສາງຜ່ານເທິງມືຖື ເປັນຕົ້ນແມ່ນ ຜ່ານແອັບ BCEL One .


ໃນປີ 2019 ຜ່ານມາ BCEL ແລະ UnionPay ໄດ້ເປີດບໍລິການ ຊໍາລະສະສາງຂ້າມແດນດ້ວຍການສະແກນ QR Code ຕາມບັນດາຮ້ານຄ້າຕ່າງໆ ໃນ ສປປ ລາວ ຜ່ານແອັບ BCEL One ແລະ ມາຮອດປັດຈຸບັນ BCEL ແລະ UnionPay ໄດ້ສໍາເລັດການພັດທະນາ ການບໍລິການຊໍາລະສະສາງ UnionPay QR ຜ່ານ ແອັບ BCEL One ເຊິ່ງເປັນອີກບາດກ້າວໜຶ່ງທີ່ມີຄວາມໝາຍ ແລະ ຄວາມສໍາຄັນ ພ້ອມຍັງເປັນການເປີດປະສົບການໃໝ່ ສໍາລັບຄົນລາວທີ່ຢູ່ຕ່າງປະເທດ ຫຼື ເດີນທາງໄປທ່ອງທ່ຽວ ໂດຍສະເພາະແມ່ນ ສປ ຈີນ ແລະ 46 ປະເທດ ໃນທົ່ວໂລກ ສາມາດນໍາໃຊ້ ແອັບ BCEL One ສະແກນຈ່າຍຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຜ່ານ UnionPay QR, ພ້ອມທັງເປັນການຫຼຸດຜ່ອນການນໍາໃຊ້ເງິນສົດ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກໃນການແລກປ່ຽນເງິນຕາອີກດ້ວຍ.


ໃນຍຸກທີ່ເທັກໂນໂລຊີມີຄວາມກ້າວໜ້າສູງ ໂລກເຮົາມີການເຊື່ອມໂຍງໃນທຸກດ້ານ, BCEL ແລະ UnionPay ກໍຈະສືບຕໍ່ພັດທະນາຕົນເອງໃນທຸກໆດ້ານຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມກໍຄືລູກຄ້າໃຫ້ໄດ້ຫຼາຍທີ່ສຸດ ບົນພື້ນຖານຄວາມສະດວກສະບາຍ, ທັນສະໄໝ ແລະ ໄດ້ມາດຕະຖານສາກົນ.