ລາຄາສິນຄ້າເດືອນມິຖຸນາ ທຽບກັບເດືອນພຶດສະພາ 2024 ເພີ່ມຂຶ້ນ 2,3% ໃນນີ້ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າເພີ່ມຂຶ້ນ2%

16

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນ ມິຖຸນາ 2024 ໃຫ້ຮູ້ວ່າ: ການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການ ເດືອນມິຖຸນາ 2024 ທຽບກັບເດືອນພຶດສະພາ 2024 ເພີ່ມຂຶ້ນ 2,3%.

ໃນນີ້ໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 2%; ໃນນີ້, ລາຄາ ເຂົ້າສານ ເພີ່ມຂຶ້ນ 0,6%, ຊີ້ນ ເພີ່ມຂຶ້ນ 1,9% ໃນນັ້ນ ຊີ້ນ ງົວ ແລະ ຄວາຍ ເພີ່ມຂຶ້ນ 2,7%, ສັດປີກ ເພີ່ມຂຶ້ນ 1,9%, ໝາກໄມ້ ເພີ່ມຂຶ້ນ 5,2%, ຜັກສົດ ເພີ່ມຂຶ້ນ 3,7%, ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 2,7%.

ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 5,1%; ໃນນີ້, ການບໍາ ລຸງຮັກສາ ແລະ ສ້ອມແປງເຮືອນ ເພີ່ມຂຶ້ນ 2,3%, ການບໍລິການກໍ່ສ້າງ ແລະ ສ້ອມແປງ ເພີ່ມຂຶ້ນ 2,9%, ພະລັງງານອາຍແກັສ໌ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 6,9%.


ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 3,7%;  ໃນນີ້ ລາຄາ ເຄື່ອງຕົບແຕ່ງພາຍໃນເຮືອນ ເພີ່ມຂຶ້ນ 2,2%, ເຄື່ອງໃຊ້ຄົວເຮືອນ ເພີ່ມຂຶ້ນ 4,5%, ເຄື່ອງໃຊ້ໃນເຮືອນປະຈໍາວັນ ເພີ່ມຂຶ້ນ 4,3% ອຸປະກອນ ປະດັບເຮືອນ ເພີ່ມຂຶ້ນ 4,7%.

ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,8%;  ໃນນີ້ ລາຄາຢາ ເພີ່ມຂຶ້ນ 3,1%, ການບໍລິການ ຄົນເຈັບພາຍນອກ ເພີ່ມຂຶ້ນ 2%, ການບໍລິການຈາກໂຮງໝໍ ຫຼື ຄຣີນິກ ເພີ່ມຂຶ້ນ 0,4%.


ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 2,7%; ໃນນີ້ ປະເພດລົດໃຫຍ່ ເພີ່ມຂຶ້ນ 3%, ລົດຈັກ ເພີ່ມຂຶ້ນ 6,7%, ລົດຖີບເພີ່ມຂຶ້ນ 1,3%, ຂະນະດຽວກັນ, ນໍ້າມັນເຊື່ອໄຟ ຫຼຸດລົງ -1,2%.

ໝວດການສຶກສາ ເພີ່ມຂຶ້ນ 2,8%;  ໃນນີ້ ຄ່າຮຽນເພີ່ມ ເພີ່ມຂຶ້ນ 5,2%, ເຄື່ອງແບບນັກຮຽນ ເພີ່ມຂຶ້ນ 1,3%.

ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 1,3%;  ໃນນີ້ ລາຄາອາຫານ ແລະ ເຄື່ອງດື່ມໃນ ຮ້ານອາຫານ ເພີ່ມຂຶ້ນ 1,5% ເຊັ່ນ: ປີ້ງປານິນ, ເຂົ້າຜັດ, ເຂົ້າລາດຫນ້າ, ເຂົ້າປຽກ, ເຂົ້າຜັດຫມູ, ເບຍ, ວາຍ ແລະ ວິສ໌ກີ, ເຮືອນພັກ ແລະ ໂຮງແຮມ ເພີ່ມຂຶ້ນ 0,2%.

ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 4,3%;  ໃນນີ້ ເຄື່ອງໃຊ້ປະຈາວັນ ເພີ່ມຂຶ້ນ 2,3%, ຄໍາສໍາເລັດຮູບ ເພີ່ມຂຶ້ນ 7,4%.