ຄັກສຸດ ອາໂນໄທ ສະປອດຕິ້ງ ຄລັບ ກຽມຈັດການແຂ່ງຂັນເທັນນິສໃນລາວ ແຊັມຈະໄດ້ລາງວັນລົດຈັກໄຟຟ້າ

35

ສະໜາມເທັນນິສ ອາໂນໄທ ສະປອດຕິ້ງ ຄລັບ ( Anothai Sport Club ) ສະໜາມອິນດໍ ທີ່ໄດ້ມາດຕະຖານສາກົນ ສືບຕໍ່ຈັດການແຂ່ງຂັນເທັນນິສລາຍການ ອາໂນໄທ ໂອເພັນ 2024 ເຊິ່ງຈັດມາເປັນຄັ້ງທີ 4 ໃນ ສປປ ລາວ ໂດຍປີນີ້ພິເສດນັກກີລາທີ່ເຂົ້າຮ່ວມຈະໄດ້ມີການຈັດອັນດັບ ( ແຣງກິງ ) ຂອງ ສະຫະພັນເທັນນິສແຫ່ງຊາດລາວ ແລະ ຊະນະເລີດໃນລາຍການໃຫຍ່ຈະໄດ້ຮັບລົດຈັກໄຟຟ້າອີກດ້ວຍ.

ທ່ານ ອາແຊນ ອາໂນໄທ ເຈົ້າຂອງສະໜາມ ອາໂນໄທ ສະປອດຕິ້ງ ຄລັບ ທັງເປັນປະທານຈັດການແຂ່ງຂັນ ໃຫ້ສໍາພາດໃນຕອນແລງຂອງມື້ນີ້ວັນທີ 28 ມິຖຸນາ 2024 ວ່າ: ອາໂນໂທ ໂອເພັນ 2024 ຈັດມາເປັນຄັ້ງທີ 4 ເຊິ່ງປິນີ້ເປັນປີພິເສດ ເພາະພວກເຮົາຈະໄດ້ເລີ່ມຈັດອັນດັບນັກກີລາເທັນນິສທີ່ເຂົ້າຮ່ວມຜ່ານການແຂ່ງຂັນ ເຊິ່ງຈະຢູ່ໃນແຣງກິງຂອງ ສະຫະພັນກີລາເທັນນິສແຫ່ງຊາດລາວ ນັບຕັ້ງແຕ່ຮຸ່ນເຍົາວະຊົນຈົນເຖິງຮຸ່ນທົ່ວໄປ ທັງຍິງທັງຊາຍ ແບ່ງເປັນສາຍ A, B ແລະ C ເຊິ່ງມີນັກກີລາໃຫ້ຄວາມສົນໃຈຫຼາຍ ແລະ ປັດຈຸບັນມີນັກກີລາສະໝັກມາຮ່ວມແລ້ວ 60 ກວ່າຄົນ.

” ສ່ວນລາງວັນປີ້ນີ້ພິເສດ ຈະມີລົດຈັກໄຟຟ້າ ຍີ່ຫໍ່ INRADA 3 ຄັນຈາກບໍລິສັດ ອິນດາຣາ ມູນຄ່າ 1.000 ໂດລາ ພ້ອມດ້ວຍຂັນແຊັມ ແລະ ເງິນລາງວັນລວມທັງໝົດ 100 ລ້ານກີບ ເພື່ອເປັນກໍາລັງໃຈໃຫ້ກັບນັກກີລາ ໂດຍການແຂ່ງຂັນໃຊ້ເວລາຢູ່ 9 ມື້ແຂ່ງຂັນລຽນຕິດ ເລີ່ມເປີດສາກທາງການໃນວັນທີ 29 ມິຖຸນາ 2024 ເປັນຕົ້ນໄປ ພິເສດຍັງມີນັກກີລາຈາກຕ່າງປະເທດມາຮ່ວມຊີງໄຊຄື ເກົາຫຼີ, ຍີ່ປຸ່ນ, ຝຣັ່ງ ແລະ ໄທ ທີ່ມາເຮັດວຽກຢູ່ລາວ ກໍເລີຍສະໝັກເຂົ້າຮ່ວມແຂ່ງຂັນ ແນ່ນອນວ່າຈະເປັນເວທີໃຫ້ກັບນັກກີລາລາວ ໄດ້ມີການແຂ່ງຂັນຢ່າງຕໍ່ເນື່ອງ ແລະ ໄດ້ແຂ່ງຂັນກັບນັກກີລາເທັນນິສຕ່າງປະເທດ ໃຊ້ລະບົບແຂ່ງຂັນແບບສາກົນ ” ປະທານຈັດການແຂ່ງຂັນກ່າວ.