ມວຍລາວໄຟທ໌ ຊີງຂັນທ່ານນາຍົກລັດຖະມົນຕີ ລະເບີດຄວາມມັນ 13 ກໍລະກົດນີ້ ນັກມວຍຈາກຍີ່ປຸ່ນ ຮ່ວມຊົກ

49

ການແຂ່ງຂັນມວຍລາວໄຟທ໌ ຊີງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍານົດຈັດໃສ່ວັນທີ 13 ກໍລະກົດ 2024 ເລີ່ມແຕ່ເວລາ 17:00 ໂມງ ທີ່ໂຮງກາຍຍະສິນແຫ່ງຊາດ ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີຄູ່ມວຍເຖິງ 9 ຄູ່ ພິເສດມີນັກມວຍຈາກຣັດເຊຍ ແລະ ຍີ່ປຸ່ນ ເຂົ້າຮ່ວມຊີງໄຊ.

ພິທີຖະແຫຼງຂ່າວຈັດການແຂ່ງຂັນມວຍລາວໄຟທ໌ ຮອບຫຼ້າສຸດ ( ຮອບທີ 2 ທີ່ຈັດຂຶ້ນໃນນະຄອນຫຼວງວຽງຈັນ ) ທີ່ໄດ້ຮັບກຽດການໃສ່ຊື່ເປັນມວຍລາວໄຟທ໌ ຊີງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈັດຂຶ້ນໃນຕອນແລງຂອງວັນທີ 28 ມິຖຸນາ 2024 ທີ່ບໍລິສັດ ທະວີຊັບ ກໍ່ສ້າງ ທີ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸກດາລາ ນໍລະແສງ ຮອງປະທານສະຫະພັນມວຍລາວແຫ່ງຊາດ ທັງເປັນປະທານ ບໍລິສັດ ທະວີຊັບ ກໍ່ສ້າງ, ທ່ານ ມໍລະກົດ ສຸວັນນະສັງໂສ ຮອງເລຂາທິການ ສະຫະພັນມວຍລາວແຫ່ງຊາດ ແລະ ທ່ານ ຈັນທະວົງ ປັນຍາສິລິ ຮອງເລຂາທິການ ສະຫະພັນມວຍລາວແຫ່ງຊາດ ພ້ອມດ້ວຍຄະນະ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສຸກດາລາ ນໍລະແສງ ຮອງປະທານສະຫະພັນມວຍລາວແຫ່ງຊາດ ກ່າວວ່າ: ການຈັດມວຍລາວໄຟທ໌ ຄັ້ງນີ້ກໍຄືຫຼາຍຄັ້ງທີ່ຜ່ານມາ ເພື່ອເປັນການສ້າງຂະບວນການກີລາມວຍລາວໃນ ສປປ ລາວ ໃຫ້ມີການເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນອີກທັງຍັງເປັນການກະກຽມນັກກີລາເຂົ້າຮ່ວມແຂ່ງຂັນລາຍການທັງພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດຕາມຕາມແຜນຍຸດທະສາດຂອງຄະນະບໍລິຫານງານສະຫະພັນມວຍລາວແຫ່ງຊາດ ຊຸດໃໝ່ ຈັດມວຍລາວເດືອນລະຄັ້ງ ເພື່ອກ້າວໄປຈັດອາທິດລະຄັ້ງໃນປະນາຄົດ ໂດຍຄາດໝາຍພັດທະນານັກກີລາມວຍລາວປະຈໍາປີ 2024 ໃນການປັບປຸງສ້າງນັກກີລາມວຍລາວໃນລະດັບສະໂມສອນທົ່ວປະເທດໃຫ້ມີຄວາມເຂັ້ມແຂງສາມາດສ້າງນັກກີລາດີເດັ່ນເພື່ອທົດແທນນັກກີລາທີມຊາດຢ່າງເປັນລະບົບ ເພື່ອກຽມຄັດເລືອກນັກກີລາດີເດັ່ນເຂົ້າຮ່ວມແຂ່ງຂັນ ເອຊຽນ ອິນດໍເກມ ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນເດືອນພະຈິກ 2024 ໂດຍສະເພາະຄູ່ມວຍຮອບ ໃນແຕ່ລະລຸ້ນ ແມ່ນຈະແຂ່ງຂັນຄັດເຂົ້າຮອບ ແລະ ຫຼັງຈາກໄດ້ 4 ຄົນສຸດທ້າຍ ຈະໄດ້ມີການຈັບສະຫຼາກປະກົບຄູ່ ເພື່ອຊົກໃນຮອບຕໍ່ໄປ ແລະ ຮອບຊີງຊະນະ ມວຍຮອບ ຄາດວ່າຈະໄປຈັດໃນເດືອນພະຈິກ 2024 ຢ່າງຍິ່ງໃຫຍ່.

ຂະນະດຽວກັນ ທ່ານ ມໍລະກົດ ສຸວັນນະສັງໂສ ຮອງເລຂາທິການ ສະຫະພັນມວຍລາວແຫ່ງຊາດ ກ່າວວ່າ: ຄູ່ມວຍຄັ້ງນີ້ຈັດເຕັມຄືເກົ່າ ພວກເຮົາໄດ້ເຊີນເອົານັກມວຍຄູ່ພິເສດຈາກຣັດເຊຍ ແລະ ຍີ່ປຸ່ນ ເພື່ອມາຊົກກັບນັກມວຍລາວ ໃຫ້ພວກເຂົາເຈົ້າໄດ້ມີການແລກປ່ຽນ, ພັດທະນາຄວາມແຂງແກ່ນ ແລະ ຊົກກັບຄູ່ແຂ່ງຕ່າງປະເທດ ໂດຍມີການຊົກເຖິງ 9 ຄູ່ດັ່ງນີ້:
1.ກ່ອນເວລາຮຸ່ນສືບທອດ 39 ກິໂລກຣາມ: ຍອດຂຸນພົນ ສິດພຣະອາຈານດາວ ພົບ ລົດເບັ້ນ ປະກາຍທອງຢີມ
2.ມວຍຮອບ ຮຸ່ນ 51 ກິໂລກຣາມ ຄູ່ທີ 1: ນໍ້າອ້ອຍ ຮ້ານອາການເວກັສ ພົບ ຍອດເລົ່າງາມ ບັນຊາເດດ
3.ມວຍຮອບ ຮຸ່ນ 57 ກິໂລກຣາມ ຄູ່ທີ 2: ສອນໄຊ ມາດາມຊາຣາ ພົບ ຂຸນເຫຼັກ ຂຸນວົງຫຼວງ

4.ມວຍຮອບ ຮຸ່ນ 57 ກິໂລກຣາມ ຄູ່ທີ 3: ເພັດພັນແທ້ ລູກບ້ານດູງ ພົບ ສວງ ສໍຊຽນສານຝັນ
5.ມວຍຮອບ ຮຸ່ນ 65 ກິໂລກຣາມ ຄູ່ທີ 4: ນ້ອງໂອ ວິທະຍາຄານສັນຕິບານ ພົບ ກ້ອງຊາຍແດນ ສໍເຊກອງ
6.ມວຍຮອບ ຮຸ່ນ 65 ກິໂລກຣາມ ຄູ່ທີ 5: ສິງໃຫຍ່ AIDC ພົບ ພະລັງຊົນ ຂວັນໃຈສີໂຄດ
7.ມວຍຄູ່ພິເສດ VIP ທົ່ວໄປຮຸ່ນ 57 ກິໂລກຣາມ: ກ້ອງໂພໄຊ ປະກາຍທອງຢີມ ຈາກລາວ ພົບ ນັກມວຍຈາກຍີ່ປຸ່ນ
8.ມວຍຄູ່ພິເສດ VIP ທົ່ວໄປຮຸ່ນ 58 ກິໂລກຣາມ: ລາຍເພັດນ້ອຍ ປະກາຍທອງຢີມ ຈາກລາວ ພົບ ນັກມວຍຈາກຣັດເຊຍ.
9.ມວຍຄູ່ພິເສດ VIP ທົ່ວໄປຮຸ່ນ 80 ກິໂລກຣາມ: ເພັດຈໍາປາ ຈາກລາວ ພົບ ນັກມວຍຈາກຣັດເຊຍ
ຂ່າວ-ຮູບ: Larh Creators