ເງິນເຟີ້ ເດືອນມິຖຸນາ ປີ 2024 ເພີ່ມຂຶ້ນ 26,2% ປັດໄຈຕົ້ນຕໍມາຈາກ ມາຈາກ3 ສາເຫດ ເປັນຕົ້ນການອ່ອນຄ່າຂອງເງິນກີບ

22

ເງິນເຟີ້ ເດືອນມິຖຸນາ ປີ 2024 ເພີ່ມຂຶ້ນ 26,2% ປັດໄຈຕົ້ນຕໍມາຈາກ ມາຈາກ 3 ສາເຫດ ໂດຍສະເພາະການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດ ເປັນຕົ້ນແມ່ນເງິນໂດລາ, ບາດ ແລະ ຢວນເຊິ່ງເປັນສະກຸນຫຼັກ ໃນການຊໍາລະສະສາງສິນຄ້າ ແລະ ການບໍລິການທີ່ນໍາເຂົ້າ,

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນ ມິຖຸນາ 2024 ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນມິຖຸນາ 2024 ຂອງສປປລາວ ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນຈາກເດືອນຜ່ານມາ ຢູ່ໃນລະດັບ 26,2% (ເດືອນພຶດສະພາ 2024 ຢູ່ໃນລະດັບ 25,8%).

ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນ ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 41,7%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35,3%; ໝວດພັກອາໄສ, ນໍ້າປະປາ,ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 32,5%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 29,5%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 28,8%;  ສໍາລັບຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 23,7%.


ພ້ອມກັນນັ້ນ, ເມື່ອສັງເກດການປ່ຽນແປງຂອງລາຄາເດືອນມິຖຸນາ 2024 ໃສ່ກັບ ເດືອນພຶດສະພາ 2024 ເຫັນວ່າຍັງສືບຕໍ່ເພີ່ມຂຶ້ນ, ແຕ່ເພີ່ມຂຶ້ນໃນລັກສະນະຊ້າກວ່າເດືອນຜ່ານມາ ຢູ່ໃນລະດັບ 2,3% (ເດືອນ ພຶດສະພາ ທຽບໃສ່ເດືອນເມສາ ເພີ່ມຂຶ້ນ 3,1%). ໃນນັ້ນ, ໝວດສິນຄ້າທີ່ມີການປ່ຽນແປງຫຼາຍກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 5,1% ພົ້ນເດັ່ນແມ່ນລາຄາ ດິນບ໋ອກ (ເພີ່ມຂຶ້ນ 5,9%) ສັງກະສີ (4,7%) ຫີນແຮ່ (4,3%), ຊາຍ (3,5%), ອາຍແກ໊ສ (2%); ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 3,7% ພົ້ນເດັ່ນແມ່ນ ລາຄາໝໍ້ຫຸງເຂົ້າ (12,3%), ພັດລົມ (8,8%), ແຟັບ (6%), ດອກໄຟ (5,8%);ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,8% ພົ້ນເດັ່ນແມ່ນ ລາຄາ ຢາປາຣາ (3,6%), ຢາແກ້ໄອເດັກນ້ອຍ (3,6%), ຢາແກ້ໄຂ້ເດັກນ້ອຍ (2,9%); ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 2% ພົ້ນເດັ່ນແມ່ນລາຄາ ໝາກເລັ່ນ (ເພີ່ມຂຶ້ນ 57,7%), ໝາກເຜັດດິບ (12,2%), ຊີ້ນງົວ (2,9%), ໄກ່ (2%).

ສໍາລັບອັດຕາເງິນເຟີ້ໄຕມາດ 2 ປີ 2024 ຢູ່ໃນລະດັບ 25,6% (ໄຕມາດ 2 ປີ 2024 ທຽບກັບໄຕມາດ 2 ປີ 2023) ແລະ ສະເລ່ຍ 6 ເດືອນຕົ້ນປີ ອັດຕາເງິນເຟີ້ຢູ່ໃນລະດັບ 25,3% ( 6 ເດືອນຕົ້ນປີ 2023 ຢູ່ໃນລະດັບ 38,1%). ໝວດທີມີອັດຕາເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດຮັກສາສຸຂະພາບ ແລະ ຢາ ພົ້ນເດັ່ນແມ່ນ ລາຄາຢາ, ການບໍລິການຄົນເຈັບພາຍນອກ ແລະ ການບໍລິການຈາກໂຮງໝໍເອກະຊົນ; ໝວດຮ້ານອາຫານ ແລະ ໂຮງແຮມ ເຊິ່ງພົ້ນເດັ່ນແມ່ນ ລາຄາ ອາຫານສຸກເຊັ່ນ: ເຂົ້າຜັດ, ປີ້ງປານິນ, ເຂົ້າປຽກ, ເຂົ້າຜັດຫມູ, ເຂົ້າລາດຫນ້າ; ຫມວດເຄື່ອງນຸ່ງຫົ່ມ ແລະ ເກີບ ພົ້ນເດັ່ນແມ່ນ ເຄື່ອງນຸ່ງຊາຍ, ເຄື່ອງນຸ່ງຍິງ, ເຄື່ອງນຸ່ງເດັກນ້ອຍ ແລະ ເກີບ; ແລະ ໝວດເຄື່ອງໃຊ້ໃນ ເຮືອນ.


ສາເຫດຕົ້ນຕໍຂອງອັດຕາເງິນເຟີ້ປະຈໍາເດືອນ ກໍຄື 6 ເດືອນຕົ້ນປີ 2024 ປັດໄຈຕົ້ນຕໍແມ່ນມາຈາກ

(1) ການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດ ເປັນຕົ້ນແມ່ນເງິນໂດລາ, ບາດ ແລະ ຢວນເຊິ່ງເປັນສະກຸນຫຼັກ ໃນການຊໍາລະສະສາງສິນຄ້າ ແລະ ການບໍລິການທີ່ນໍາເຂົ້າ,

(2)ຖານຜະລິດພາຍໃນປະເທດບໍ່ເຂັ້ມແຂງ, ສ່ວນຫຼາຍ ແມ່ນເອື້ອຍອີງ ແລະ ນໍາເຂົ້າຈາກຕ່າງປະເທດ ເຊັ່ນ: ສິນຄ້າອຸປະໂພກ, ບໍລິໂພກ, ສິນຄ້າປະພດ ປັດໄຈການ ຜະລິດລວມເຖິງວັດຖຸດິບ, ເຄື່ອງມືວິທະຍາສາດ ແລະ ພືດຜັກແມ່ນນໍາເຂົ້າຈາກຕ່າງປະເທດ,

(3) ພ້ອມກັນນັ້ນ ແມ່ນການປັບອັດຕາອາກອນມູນຄ່າເພີ່ມ ຈາກ 7% ເປັນ 10% ເຊິ່ງເປັນສ່ວນໜຶ່ງທີ່ມີຜົນຕໍ່ການເພີ່ມຂຶ້ນຂອງລາຄາສິນຄ້າເຊັ່ນກັນ.