ກະຊວງການເງິນ ເຊັນສັນຍາສະສາງລົດທີ່ນໍາໃຊ້ແລ້ວ ໃຫ້ພະນັກງານບໍານານ

92

ໃນວັນທີ 26 ມິຖຸນາ 2024, ຫ້ອງການກະຊວງ ສົມທົບກັບກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາ ສະສາງຊັບສົມບັດຂອງລັດ (ປະເພດຍານພາຫະນະທີ່ໃຊ້ແລ້ວ).

May be an image of 8 people and text

ຕາງໜ້າເຊັນສັນຍາໂດຍທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ພ້ອມດ້ວຍອະດີດພະນັກງານບໍານານ; ມີຕາງໜ້າຈາກຫ້ອງການ ແລະ ກົມກ່ຽວຂ້ອງ ຂອງກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຂົ້າຮ່ວມເປັນສັກຂີພະຍານ.

May be an image of 6 people and text
ການເຊັນສັນຍາສະສາງລົດທີ່ນໍາໃຊ້ແລ້ວ ຄັ້ງນີ້, ແມ່ນອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023; ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການສະສາງລົດຂອງລັດ ໃຫ້ພະນັກງານບໍານານກະຊວງການເງິນ ສະບັບເລກທີ 2160/ກງ, ລົງວັນທີ 19 ມິຖູນາ 2024.

May be an image of 3 people, car and text