ລາວຈັດຟຣີວີຊາໃຫ້ນັກທ່ອງທ່ຽວຈີນ ພັກເຊົາໄດ້ 15 ວັນ

66

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ອອກຄຳແນະນຳສະບັບເລກທີ 29/ຖວທ ລົງວັນທີ 26 ມິຖຸນາ 2024 ກ່ຽວກັບການຈັດຕັ້ງປະຕິບັດກ່ຽວກັບນະໂຍບາຍວີຊາ ແລະ ໄລຍະການພັກເຊົາຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າຫມາຍ ໃນໄລຍະປີທ່ອງທ່ຽວລາວ 2024.

May be an image of 10 people and temple
ໃນຄຳແນະນຳໄດ້ລະບຸບາງຕອນວ່າ: ນັບແຕ່ປີ 2022 ເປັນຕົ້ນມາລັດຖະບານໄດ້ມີນະໂຍບາຍເປີດກວ້າງການທ່ອງທ່ຽວ ເຫັນວ່າມີນັກທ່ອງທ່ຽວຕ່າງ ປະເທດເຂົ້າມາທ່ຽວ ໃນ ສປປ ລາວ ຫຼາຍຂື້ນ ໂດຍສະເພາະແມ່ນນັກທ່ອງທ່ຽວ ຈາກ ສປ ຈີນ ສະນັ້ນ ເພື່ອເປັນການດືງ ດູດນັກທ່ອງທ່ຽວ ລັດຖະບານຈິ່ງໄດ້ເປີດກວ້າງ ແລະ ຄົ້ນຄວ້າສິ່ງອໍານວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວກຸ່ມເປົ້າຫມາຍ ທີ່ໄດ້ເດີນທາງ ເຂົ້າ-ອອກ ສປປ ລາວ ໃຫ້ສະດວກຫຼາຍຂຶ້ນ.

May be an image of 7 people and temple
ໃນນັ້ນສະເພາະນັກທ່ອງທ່ຽວຈີນ ລວມທັງຜູ້ທີ່ຖືຫນັງສືຜ່ານແດນຮົງກົງ, ມາເກົາ ແລະ ໄຕ້ຫວັນ ທີ່ມາທ່ອງທ່ຽວເປັນກຸ່ມ ໃນນາມບໍລິສັດນໍາທ່ຽວ ເຫັນດີໃຫ້ຈັດຕັ້ງປະຕິບັດການຍົກເວັ້ນວີຊາ ແບບບໍ່ຕິດວີຊາສະຕິກເກີໃສ່ຫນັງສືຜ່ານແດນ (ທໍາມະດາ) ໃນໄລຍະພັກເຊົາ 15 ວັນ, ແຕ່ຕ້ອງໃຫ້ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ ແລະ ໄດ້ລົງທະບຽນ ຮັບຮອງຈາກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແລະ ເຫັນດີໃຫ້ມີການພັກເຊົາ ຢູ່ ສປປ ລາວ ເປັນເວລາ 15 ວັນ; ສະເພາະນັກທ່ອງທ່ຽວຈີນເປັນກຸ່ມທີ່ຖືຫນັງສືຜ່ານແດນໄຕ້ຫວັນ ແມ່ນໃຫ້ອອກວີຊາປິວຄືເກົ່າຕາມລະບຽບການແຕ່ບໍ່ຕິດວີຊາສະຕິກເກີ.

May be an image of 6 people and Iguazú Falls

ສໍາລັບນັກທ່ອງທ່ຽວຂອງ 08 ປະເທດ ຄື: ເດັນມາກ, ນອກແວ, ແຟງລັງ, ຊູແອດ, ໂອຕິດ, ແບນຊິກ, ແອດສະປາຍ ແລະ ເກຣັກ ທີ່ມີຈຸດປະສົງເດີນທາງເຂົ້າມາທ່ຽວ ສປປ ລາວ ແມ່ນໃຫ້ຍົກເວັ້ນວີຊາເຂົ້າ 01 ຄັ້ງ ແບບບໍ່ຕິດວີຊາ ສະຕິກເກີໃສ່ຫນັງສືຜ່ານແດນ ແລະ ສາມາດພັກເຊົາ ຢູ່ ສປປ ລາວ ໄດ້ 15 ວັນ.