ຫົວພັນປະກາດພະນັກງານການນຳແຂວງ ເຂົ້າຮັບອູດໜູນບຳນານ ແລະ ແຕ່ງຕັ້ງ, ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ

500

ຕອນເຊົ້າ ວັນທີ 26 ມີຖຸນາ 2024, ແຂວງຫົວພັນໄດ້ຈັດພິທີປະກາດພະນັກງານການນຳແຂວງ ເຂົ້າຮັບອູນໜູນບຳນານ ແລະ ປະກາດແຕ່ງຕັ້ງ, ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງຈຳນວນຫຼາຍຕຳແໜ່ງ. ພິທີຈັດຂື້ນຢູ່ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ. ມີບັນດາທ່ານການນຳແຂວງ, ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມນຳ.

May be an image of 7 people, dais and text
ໃນພິທີ, ທ່ານ ນາງ ລ້ອງຄຳ ພອນມີໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ແລະ ມະຕິຂອງຄະນະປະຈຳສະພາປະຊາຊົນແຂວງຫົວພັນ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອູດໜູນບຳນານ ໂດຍຕົກລົງໃຫ້ ທ່ານ ວົງເພັດ ກຽນສິງຮັກ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ, ທ່ານ ຮິນທອງ ດວງຈັນສຸກ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງ, ທ່ານ ພອນສຸກ ທອງສົມບັດ ກຳມະການພັກແຂວງ, ປະທານສານປະຊາຊົນແຂວງ ແລະ ທ່ານ ຄຳ ໂຮມມີໄຊ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆວຽງໄຊ ເຂົ້າຮັບອູດໜູນບຳນານ.

May be an image of 1 person, dais and text

ພ້ອມນັ້ນ, ຍັງໄດ້ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍພະນັກງງານນຳພາ-ຄຸ້ມຄອງ ເຊິ່ງຕົກລົງແຕ່ງຕັ້ງທ່ານ ຄອນປະພັນ ເລືອງສີຈັນທອງ ຮັກສາການແທນປະທານສະພາປະຊາຊົນແຂວງຫົວພັນ ເປັນປະທານສະພາປະຊາຊົນແຂວງຫົວພັນ, ແຕ່ງຕັ້ງທ່ານ ວີເຕັ່ງ ຈື່ໄມເຕັ່ງ ເລຂາໜ່ວຍພັກ, ຮອງປະທານແນວລາວສ້າງຊາດ ເປັນວ່າການແທນປະທານແນວລາວສ້າງຊາດແຂວງ, ຍົກຍ້າຍ-ແຕ່ງຕັ້ງທ່ານ ອານົງລັກ ແສງສຸລິຍາ ກຳມະການພັກແຂວງ, ຮອງປະທານແນວລາວສ້າງຊາດແຂວງ ໄປຮັບໜ້າທີ່ໃໝ່ເປັນປະທານຄະນະກວດກາພັກ-ລັດແຂວງ ແລະ ແຕ່ງຕັ້ງທ່ານ ສິງວົງໄຊ ສຸລິວົງພັນ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງວຽງໄຊ ເປັນວ່າການແທນເຈົ້າເມືອງວຽງໄຊ.

May be an image of 5 people and text that says 'จาสุ้มปะติวัดลาว දතකව: ที่มิภาดสะซว่ง ชมิ้บยืม ชมิ๊บ ยิม -'
ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ມີຄຳເຫັນຕໍ່ພິທີ ເຊິ່ງທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານການນຳແຂວງ ທີ່ເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດມອບໝາຍໃຫ້ຢ່າງສຸດກົກສຸດປາຍ, ໂດຍຕະຫຼອດໄລຍະຜ່ານມາບັນດາທ່ານເຫຼົ່ານັ້ນໄດ້ປະກອບສ່ວນອຸທິດທັງເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງຫົວພັນ, ກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານລຸ້ນຫຼັງ ໄດ້ສືບຕໍ່ຖອດຖອນເອົາເປັນບົດຮຽນ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດ. ພ້ອມນັ້ນ, ທ່ານເຈົ້າແຂວງຫົວພັນຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໄດ້ຮັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຈາກຂັ້ນເທິງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈະສຸມສະຕິປັນຍາ ນຳໃຊ້ຄວາມຮູ້ຄວາມສາມາດ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ເພື່ອພັດທະນາວຽກງານຂົງເຂດຕົນຮັບຜິດຊອບ ໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.

May be an image of 5 people and text
ຂ່າວ-ພາບ: ໄອແກ້ວ