ສະມາຄົມສົ່ງເສີມສຸຂະພາບ ແລະ ຄວາມປອດໄພແຮງງານ ເນັ້ນປຸກລະດົມຜູ້ອອກແຮງງານ ຕ້ອງໄດ້ເອົາໃຈປ້ອງກັນຕົນເອງ

13

ສະມາຄົມສົ່ງເສີມສຸຂະພາບ ແລະ ຄວາມປອດໄພແຮງງານ(ສສຄຮ) ສ້າງຕັ້ງຂຶ້ນ  ເພື່ອໃຫ້ຄວາມສໍາຄັນ ຍົກສູງຄຸນນະພາບຊີວິດຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໃຫ້ຫ່າງໄກຈາກສານພິດ ທາດເຄມີທີ່ກໍໃຫ້ເກີດຜົນກະທົບອັນຮ້າຍແຮງຕໍ່ຜູ້ອອກແຮງງານ, ຜູ້ໃຊ້ແຮງງານໃນສະຖານທີ່ເຮັດວຽກ ໂດຍສະເພາະແມ່ນ ທາດໃຍຫີນຂາວ ທີ່ມີຜົນກະທົບຕໍ່ ລະບົບຫາຍໃຈ ໂດຍສະເພາະ ປອດ ເຮັດໃຫ້ເປັນມະເຮັງເຍື້ອຫຸ້ມປອດ ແລະ ພະຍາດອື່ນໆ.


ທ່ານ ສີມູນ ອຸ່ນລາສີ ປະທານ ສສຄຮ ກ່າວວ່າ: ສສຄຮ ແມ່ນສະມາຄົມໜຶ່ງ ທີ່ກໍາເນີດມາຈາກໂຄງການເຄືອຂ່າຍລາວຢຸດນໍາໃຊ້ທາດໃຍຫີນ ທີ່ເປັນສ່ວນປະສົມ ໃນເຄື່ອງກໍ່ສ້າງ ເປັນຕົ້ນແມ່ນກະເບື້ອງ, ຈານເບຣກລົດ ແລະ ອື່ນໆ.


ສສຄຮ ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 20 ຕຸລາ 2023 ຕາມຂໍ້ຕົກລົງເລກທີ 1098/ພນ, ຂໍ້ຕົກລົງເລກທີ 1099/ພນ ລົງວັນທີ 20 ຕຸລາ 2023 ວ່າດ້ວຍການຮັບຮອງເອົາກົດລະບຽບຂອງ ສສຄຮ ແລະ ໄດ້ອອກໃບທະບຽນ ສະມາຄົມເລກທີ 100/ກພວ ລົງວັນທີ 23ຕຸລາ 2023. ສສຄຮ ມີສະມາຊິກທັງໝົດ 30 ທ່ານ ຍິງ 10 ທ່ານ.


ກອງປະຊຸມປະຈໍາປີຄັ້ງທີ 1ຂອງ ສສຄຮ ຈັດຂຶ້ນໃນວັນທີ 25 ມິຖຸນາ 2024 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສີມູນ ອຸ່ນລາສີ ປະທານ ສສຄຮ, ທ່ານ ນາງ ຈົງຈິດ ວົງສາ ຮອງປະທານ ສສຄຮ, ທ່ານ ຮສຈ. ດຣ ບຸນຖົມ ຊາມຸນຕຣີ ຮອງປະທານ ສສຄຮ, ທ່ານ ນາງ ວິລະດາ ພົມດວງສີ ຫົວໜ້າອົງການ ອາຟີດາ ປະຈໍາ ລາວ ພ້ອມດ້ວຍແຂກ ແລະ ສະມາຊິກ ສສຄຮ ເຂົ້າຮ່ວມ.