ຕິດ​ຄຸກ​ອອກ​ມາ​ຫາ​ກິນ​ທາງ​ເກົ່າ ເປັນ​ໜຸ່ມ​ແໜ້ນ​ມີ​ແຮງ​ຫາ​ເງິນ​ແທ້ໆ​ແຕ່​ບໍ​ເຮັດ

35

 

ປກສ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັບຕົວຜູ້ກໍ່ເຫດລັກຊັບພົນລະເມືອງ ຫຼັງຈາກມີພົນລະເມືອງດີໄດ້ແຈ້ງຄວາມຫາເຈົ້າໜ້າທີ່ ຜ່ານການລົງກວດກາຊັນນະສູດສະຖານທີ່ເກີດເຫດຢູ່ຂອບເຂດໜ້າຕະຫຼາດບ້ານເກີນ ເມືອງທຸລະຄົມ ເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ຂື້ນບັນຊີເປົ້າໝາຍ ແລະ ຕິດຕາມເປົ້າໝາຍ ໃຊ້ເວລາ 2 ວັນ ຈຶ່ງສາມາດຈັບຕົວເປົ້າໝາຍໄດ້ຄື: ທ້າວ ອານຸສອນ ອາຍຸ 27 ປີ, ອາຊີບກໍາມະກອນ, ຢູ່ບ້ານ ນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 5 ມີຖຸນາ 2024 ຜ່ານມານີ້ ໃນຂໍ້ຫາລັກຊັບພົນລະເມືອງ ມາດຳເນີນການສືບສວນ-ສອບສວນ.

May be an image of 1 person, scooter and text

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ທ້າວ ອານຸສອນ ໃຫ້ການຮັບສາລະພາບວ່າ: ໃນວັນທີ 4 ມີຖຸນາ 2024 ຜ່ານມາຕົນເອງໄດ້ໄປລັກລົດເວບຮ້ອຍ ສີຂຽວດໍາ ຢູ່ຂອບເຂດ ໜ້າຕະຫຼາດບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ພາຍຫຼັງລັກລົດຈັກໄດ້ແລ້ວກໍ່ເອົາໄປໃຫ້ຜູ້ຮ່ວມຂະບວນການນໍາກັນໄປຂາຍ ຂາຍໃນລາຄາ 3,000,000 ກີບ ຫຼັງຈາກຜູ້ຮ່ວມຂະບວນການເອົາລົດຈັກໄປຂາຍແລ້ວ ໄດ້ຊື້ຢາບ້າມາໃຫ້ ທ້າວ ອານຸສອນ ຈໍານວນ 32 ເມັດ, ຕົກມາຮອດວັນທີ 5 ມີຖຸນາ 2024 ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມທັງເກັບກູ້ຂອງກາງລົດຈັກ 1 ຄັນ ແລະ ຢຶດຢາເສບຕິດ ຈໍານວນ 32 ເມັດ ທີ່ຊຸກເຊື່ອງໄວ້ໃນກະເປົ່າຜູ້ກ່ຽວມາ ທໍາການສຶບສວນ- ສອບສວນຕາມລະບຽບກົດໜາຍ.

May be an image of 3 people

ຜູ້ກ່ຽວຍັງໃຫ້ການຕື່ມອີກວ່າ ໃນຊ່ວງໄລຍະປີ 2018 ໄດ້ຖືກເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊເສດຖາ ກັກຕົວໃນຂໍກ່າວຫາລັກຊັບພົນລະເມືອງ ( ປະເພດລົດຈັກ ຈຳນວນ 04 ຄັນ ) ພ້ອມທັງຖືກປະຕິບັດໂທດຕັດອິດສະພາບ 04 ປີ ຫລັງຈາກໄດ້ຮັບການປ່ອຍຜູ້ກ່ຽວມີແນວຄິດບໍ່ເຄັດຫຼາບຍັງເຄື່ອນໄຫວລັກຊັບຂອງພົນລະເມືອງອີກ ແລະ ຄັ້ງນີ້ ໄປບໍ່ລອດຈຶງຖືກເຈົ້າໜ້າທີ່ກັກຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍຂອງບ້ານເມືອງ.