ເປີດສາກ ດອກປີກໄກ່ ຊີງຂັນທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຄັ້ງທີ 1 ສະຫຼອງວັນສ້າງກິລາລາວ ຄົບຮອບ 58 ປີ

87

ເປີດສາກຂຶ້ນ ຢ່າງເປັນທາງການການແຂ່ງຂັນກິລາດອກປີກໄກ່ ອ້ອມຂ້າງສູນກາງ ຊີງໄຊ 3 ລາຍການປະເພດຄູ່ຊາຍ ຊີງຂັນທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຄັ້ງທີ 1 ປະຈຳປີ 2024 ເພືື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງກິລາລາວ ຄົບຮອບ 58 ປີ ພ້ອມທັງສົ່ງເສີມນັກກິລາຈາກສະໂມສອນຕ່າງໆພັດທະນາຕົນເອງຢ່າງຕໍ່ເນື່ອງສາມາດກ້າວຂຶ້ນໄປເປັນນັກກິລາທີມຊາດ ກໍຄື ເປັນຕົວແທນໃຫ້ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ປີ 2025 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.

ສວນອາຫານມັງກອນທອງ ຮ່ວມກັບບໍລິສັດ ພັນມີໄຊ ຈັດພິທີເປິດການແຂ່ງຂັນກິລາດອກປີກໄກ່ ອ້ອມຂ້າງສູນກາງ ຊີງຂັນທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຄັ້ງທີ 1 ປະຈຳປີ 2024 ໃນວັນທີ 12 ມິຖຸນາ 2024 ທີ່ສະໂມສອນ ດອກປີກໄກ່ ຄຳເສັງ ເຂດບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ, ທັງເປັນເຈົ້າຂອງສວນອາຫານມັງກອນທອງ ແລະ ທ່ານ ຄຳບານ ພັນມີໄຊ ປະທານບໍລິສັດ ພັນມີໄຊ ມີບັນດາສະໂມສອນອ້ອມຂ້າງສູນກາງສົ່ງນັກກິລາເຂົ້າຮ່ວມ 96 ຄົນ.

ໂອກາດນີ້, ທ່ານ ວັດທະນາໄຊ ລາດສະວົງສິງ ໃຫ້ສຳພາດຕໍ່ສື່ມວນຊົນໃຫ້ຮູ້ວ່າ: ສຳລັບເປົ້າໝາຍ ແລະ ຈຸດປະສົງຂອງງານ ຈັດຂຶ້ນໃນຄັ້ງນີ້ ເປັນຄັ້ງທຳອິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 58 ປີ ທີ່ຈະມາຮອດນີ້ ໃຫ້ເປັນຂະບວນການຟົດຟື້ນ. ຄຽງຄູ່ກັນນັ້ນ, ກໍຍັງເປັນການສົ່ງເສີມນັກກິລາຈາກສະໂມສອນຕ່າງໆພັດທະນາຕົນເອງຢ່າງຕໍ່ເນື່ອງສາມາດກ້າວຂຶ້ນໄປເປັນນັກກິລາທີມຊາດ ກໍຄື ເປັນຕົວແທນໃຫ້ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ປີ 2025 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.

ເຈົ້າຂອງສວນອາຫານມັງກອນທອງ ກ່າວໃຫ້ຮູ້ຕື່ມອີກວ່າ: ລາຍການດັ່ງກ່າວ ມີການແຂ່ງຂັນຊີງໄຊ 3 ລາຍການ ກໍຄື ຮຸ່ນຊາວໜຸ່ມທົ່ວໄປ ມີ 8 ຄູ່ , ຮຸ່ນສະໝັກຫຼິ້ນມີ 21 ຄູ່ ແລະ ຮຸ່ນອາວຸໂສ 16 ຄູ່ ແຂ່ງຂັນແບບນ໋ອກເອົ້າ ຊຶງມີນັກກິລາທັງໝົດ 96 ຄົນ ມາຈາກບັນດາສະໂມສອນ ອ້ອມຂ້າງສູນກາງເຂົ້າຮ່ວມຊີງຂັນທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ 1 ຈັດຂຶ້ນ ລະຫວ່າງວັນທີ 12-14 ມິຖຸນາ 2024 ທີ່ສະໂມສອນ ດອກປີກໄກ່ ຄຳເສັງ ເຂດບ້ານບຶງຂະຫຍອງ ໂອກາດນີ້ ຂ້າພະເຈົ້າ ທ່ານ ວັດທະນາໄຊ ລາດສະວົງສິງ ໃນນາມເຈົ້າຂອງສວນອາຫານມັງກອນທອງ ຮ່ວມກັບ ທ່ານ ຄຳບານ ພັນມີໄຊ ປະທານບໍລິສັດ ພັນມີໄຊ ໃຫ້ການສະໜັບສະໜູນຫຼັກ ຂໍເຊີນຊວນບັນດາພໍ່ແມ່ປະຊາຊົນຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ມາຮ່ວມຊົມ-ຮ່ວມເຊຍ ໃຫ້ກຳລັງໃຈນັກກິລາໃນການແຂ່ງຂັນຄັ້ງນີ້ດ້ວຍ.