ເປີດນຳໃຊ້ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ເຊິ່ງຈະຊ່ວຍຍູ້ແຮງການຂັບເຄື່ອນໂລຊິດສະຕິກ ແລະ ເພີ່ມຄວາມສາມາດແຂ່ງຂັນ

993

ເປີດນໍາໃຊ້ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ກໍຄືໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ພາຍຫຼັງວາສີລາລືກລົງມືກໍ່ສ້າງ ມາໃນວັນທີ 3 ກໍລະກົດ 2020.


ພິທີເປີດດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ ບໍລິສັດວຽງຈັນ ໂລຊິດສະຕິກພາກ ຈໍາກັດ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ພ້ອມດ້ວຍຄະນະ, ບັນດາທູຕານຸທູດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການພັດທະນາ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແຫ່ງນີ້ ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ເຊື່ອມໂຍງດ້ານການຄ້າ ການຂົນສົ່ງ ຫຼື Land Link Transit Transport Services ຂອງພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ.

ໂດຍແມ່ນການລວມເອົາ 2 ອົງປະກອບສໍາຄັນກໍຄື ທ່າບົກ ແລະ ດ່ານສາກົນ ລວມເຂົ້າກັນໃນຈຸດທີ່ຕັ້ງໂຄງການດຽວ ຈຶ່ງເຮັດໃຫ້ໂຄງການນີ້ແມ່ນປຽບເໝືອນ ທ່າເຮືອທີ່ຕັ້ງຢູ່ເທິງບົກຢ່າງແທ້ຈິງ ເຊິ່ງມັນຈະອໍານວຍຄວາມສະດວກສູງສຸດແກ່ການເຮັດກິດຈະກໍາທຸລະກໍາ ໃນການຜ່ານແດນສິນຄ້າ ແລະ ການຄ້າຜ່ານແດນ.


ໂຄງການພັດທະນາ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ ບ້ານດົງໂພສີ ເມືອງ ຫາດຊາຍຟອງ ແລະ ເຊື່ອມຕໍ່ ບ້ານຊຽງດາ, ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງມີຂອບເຂດສໍາປະທານເບື້ອງຕົ້ນແມ່ນ 382 ເຮັກຕາ ມີໄລຍະສໍາປະທານ 50 ປີ, ໂດຍແບ່ງອອກເປັນສອງໂຄງປະກອບຄື: ໜຶ່ງ ສ້າງທ່າບົກ, ສອງ ສ້າງເຂດໂລຊິດສະຕິກຄົບວົງຈອນ ເຊິ່ງທັງສອງໂຄງລ່າງນີ້ຄາດຄະເນການລົງທຶນທັງໝົດ 727,4 ລ້ານໂດລາສະຫະລັດ ເຊິ່ງໂຄງການທ່າບົກ ແມ່ນລົງທຶນ 180 ລ້ານໂດລາ ແລະ ເຂດໂລຈິດສຕິກແມ່ນລົງທຶນ 547 ລ້ານໂດລາສະຫະລັດ ເຊິ່ງທັງໝົດນີ້ແມ່ນການລົງທຶນຂອງເອກະຊົນລາວ 100% ແລະ ຄາດຄະເນຈະສຳເລັດທັງ 2 ໂຄງລ່າງໃນ 2 ປີຂ້າງໜ້າ, ທ່ານ ຈັນທອນ ສິດທິໄຊ ກ່າວ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ຜົນສຳເລັດໃນການສ້າງລະບົບໂຄງລ່າງພື້ນຖານ ແລະ ລະບົບການບໍລິການທີ່ໂລ່ງລ່ຽນ, ວ່ອງໄວ, ປອດໄພ, ມີປະສິດທິພາບຂອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ໃນຄັ້ງນີ້ເປັນຂີດໝາຍສຳຄັນໃນການຫຼຸດຕົ້ນທຶນ ໂລຊິດສະຕິກ ແລະ ເພີ່ມຄວາມສາມາດແຂ່ງຂັນ ແລະ ສັກກະຍະພາບທາງດ້ານການຄ້າ ແລະ ການຂົນສົ່ງພ້ອມທັງດຶງດູດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດເຂົ້າມາທໍາການຜະລິດ, ດຳເນີນການຄ້າ ກໍຄືການບໍລິການຂົນສົ່ງໂລຊິດສະຕິກ ປະກອບສ່ວນສຳຄັນໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ຈະເລີນເຕີບໂຕໄວຂຶ້ນ.

.

.

.