ໃນສະພາບທີ່ປະເທດພົບວິກິດແບບນີ້ ການຊ່ວຍເຫຼືອທຸກຢ່າງຖືເປັນເລື່ອງສໍາຄັນທີ່ຄວນເກີດຂຶ້ນໃນສັງຄົມ ແລະ ແນ່ນອນວ່າຄົນລາວຄົນມີນໍ້າໃຈ ເລື່ອງແບບນີ້ບໍ່ພາດຢູ່ແລ້ວ ເຊິ່ງໄລຍະຜ່ານມາກໍ່ມີຫຼາຍພາກສ່ວນທີ່ໄດ້ມອບທັງອຸປະກອນ, ວັດຖຸເງິນຄໍາຕ່າງໆ ເພື່ອຊ່ວຍເຫຼືອຕ້ານພະຍາດໂຄວິດ-19, ຫຼ້າສຸດ ບໍລິສັດ ຂຸດຄົ້ນບໍ່ແຮ່ວັງຕັດ ໄດ້ສະໜອງອຸປະກອນຂ້າເຊື້ອພະຍາດ ແລະ ຊຸດກັນພະຍາດໃຫ້ແກ່ສາທາອັດຕະປືມູນຄ່າ 20ລ້ານກວ່າກີບ. […]
