ຊາວກະສິກອນຫຼາຍທ່ານອາດຈະມັກປະສົບກັບບັນຫາສັດຕູພືດທີ່ເຂົ້າມາທຳລາຍພືດຜັກ ຜົນຜະລິດຕ່າງໆ ບໍ່ວ່າຈະເປັນສາລີ ອ້ອຍ ໝາກໄມ້ ແລະພືດຜັກ ເຮັດໃຫ້ພືດຜົນນັ້ນບໍ່ງາມ ມີລາຄາຖືກ ຈົນເຮັດໃຫ້ຊາວກະສິກອນບາງທ່ານຕ້ອງຫັນໄປໃຊ້ຢາຂ້າສັດຕູພືດຈາກສານເຄມີເພື່ອຊ່ວຍໃຫ້ພືດຜັກນັ້ນງາມ ແລະໄດ້ລາຄາສູງຄົນຢາກຊື້. ແນ່ນອນການທີ່ຊາວກະສິກອນຫັນໄປເລືອກໃຊ້ຢາຂ້າສັດຕູພືດກໍ່ຍ່ອມມີຜົນກະທົບຫຼາຍຢ່າງ ເຊັ່ນ ເຮັດໃຫ້ດິນທີ່ປູກພືດຜັກນັ້ນມີອາຍຸການປູກສັ້ນລົງເພາະສານເຄມີຈະເຮັດໃຫ້ດິນແຂງ ແລະບໍ່ສາມາດໃຊ້ປູກພືດຜັກໃຫ້ງາມອີກໄດ້ ລວມທັງສົ່ງຜົນກະທົບຕໍ່ຜູ້ບໍລິໂພກ […]
